ທີ່ຕັ້ງ ແລະ ພາລະບົດບາດ ຂອງຂະແໜງໂຄສະນາການທ່ອງທ່ຽວ
ຂະແໜງໂຄສະນາການທ່ອງທ່ຽວ ແມ່ນຂະແໜງການໜຶ່ງ ທີ່ຢູ່ພາຍໃຕ້ໂຄງປະກອບກົງຈັກການຈັດຕັ້ງ ຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ, ເຊິ່ງຂຽນເປັນຕົວອັກສອນຫຍໍ້ (ຄສທ), ຂຽນເປັນພາສາອັງກິດ: Tourism Marketing Division ຂຽນເປັນຕົວອັກສອນຫຍໍ້ພາສາອັງກິດ (TMD), ເປັນເສນາທິການຊ່ວຍພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໃນການຄຸ້ມຄອງພະນັກງານ-ລັດຖະກອນ, ເປັນກະບອກສຽງໃຫ້ແກ່ອົງຄະນະພັກພະແນກ ໃນການໂຄສະນາຂໍ້ມູນຂ່າວສານການທ່ອງທ່ຽວ, ເຫດການທີ່ພົ້ນເດັ່ນທາງເສດຖະກິດ-ສັງຄົມ ແລະ ຊຸກຍູ້ສົ່ງເສີມການຕະຫຼາດທ່ອງທ່ຽວ ໃຫ້ແຂວງຫຼວງພະບາງ ກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ.
ໜ້າທີ່
1. ຜັນຂະຫຍາຍແນວທາງນະໂຍບາຍ, ກົດໝາຍ, ແຜນຍຸດທະສາດ, ຕະຫຼາດການທ່ອງທ່ຽວເພື່ອຫັນເປັນແຜນການ, ແຜນງານ, ໂຄງການລະອຽດໃນການໂຄສະນາ-ສົ່ງເສີມການທ່ອງທ່ຽວ ພາຍໃນແຂວງ;
2. ໂຄສະນາ-ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວໃຫ້ຍືນຍົງ ແລະ ເຂັ້ມແຂງ, ໂຄສະນາແຫຼ່ງທ່ອງທ່ຽວທຸລະກິດທ່ອງທ່ຽວ, ສົ່ງເສີມການທ່ອງທ່ຽວພາບໃນ ແລະ ດຶງດູດນັກທ່ອງທ່ຽວຊາວຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງຫຼວງພະບາງ ພ້ອມທັງປູກຈິດສຳນຶກກ່ຽວກັບຄວາມຮູ້ພື້ນຖານທີ່ດີຂອງລາວ ແລະ ຂອງຊາດລາວ;
3. ສ້າງ ແລະ ປັບປຸງບູລະນະສູນ-ຫ້ອງຂໍ້ມູນຂ່າວສານ, ເວບໄຊ້ການທ່ອງທ່ຽວ ໃຫ້ທັນສະໄໝແນໃສ່ເພີ່ມທະວີການໂຄສະນາ ແລະ ປຸກລະດົມຂົນຂວາຍນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ;
4. ເປັນເສນາທິການໃນການຄົ້ນຄວ້າ ນະໂຍບາຍຕ່າງໆ ກ່ຽວກັບການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວແຂວງ;
5. ສ້າງແຜນວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວປະຈຳ 05 ປີ ແລະ ແຜນຍຸດທະສາດການທ່ອງທ່ຽວຂອງແຂວງ;
6. ປະສານສົມທົບກັບອົງການທີ່ກ່ຽວຂ້ອງ ເພື່ອສ້າງແຜນກິດຈະກຳການທ່ອງທ່ຽວ ເຊັ່ນ: ບຸນປີໃໝ່ລາວ, ບຸນຊ່ວງເຮືອ ເດືອນ 9, ບຸນໄຫຼເຮືອໄຟ ແລະ ຈັດງານເທດສະການຕ່າງໆພາຍໃນແຂວງ;
7. ສ້າງ ແລະ ອອກແບບຈັດພິມສິ່ງໂຄສະນາດ້ານຂໍ້ມູນການທ່ອງທ່ຽວໂດຍຜ່ານສື່ຕ່າງໆ, ເຄື່ອງໝາຍໂຄສະນາສະນາການທ່ອງທ່ຽວ ແລະ ຊື່ຄຳຂວັນການທ່ອງທ່ຽວ ຂອງແຂວງຕາມແຕ່ລະໄລຍະ;
8. ໂຄສະນາຂໍ້ມູນຂ່າວສານດ້ານການທ່ອງທ່ຽວທີ່ຫຼາຍພາສາ ແລະ ເຂົ້າຮ່ວມງານວາງສະແດງຜະລິດຕະພັນການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເພີ້ມຂຶ້ນ;
9. ສະຫຼຸບ, ສັງລວມລາຍງານວຽກງານຮອບດ້ານຂອງຂະແໜງເປັນປະຈຳແຕ່ລະໄລຍະ;
10. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
ຂອບເຂດສິດ
1. ຄົ້ນຄ້ວາ, ສ້າງແຜນຄຸ້ມຄອງ ແລະ ພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນທົ່ວແຂວງ ແລະ ນໍາສະເໜີຂັ້ນເທິງພິຈາລະນາ;
2. ຄົ້ນຄ້ວາ, ຮ່າງຂໍ້ຕົກລົງ, ຄໍາສັ່ງ, ຂໍ້ກໍານົດ, ຄໍາແນະນຳ, ແຈ້ງການ, ໜັງສືສະເໜີຕ່າງໆ ທີ່ພົວພັນເຖິງວຽກງານຄຸ້ມຄອງ ແລະ ການບໍລິຫານວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຂັ້ນເທິງພິຈາລະນາ;
3. ຄົ້ນຄວ້າ, ສ້າງແຜນງົບປະມານ, ຊອກຄົ້ນທ່າແຮງ ຈັດເກັບລາຍຮັບວິຊາການ ແລະ ມອບພັນທະເຂົ້າງົບປະມານ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ເກັບກຳ ການຂຶ້ນບັນຊີຊັບສົມບັດ, ພາຫະນະ, ນໍ້າມັນເຊື້ອໄຟ, ໄຟຟ້າ, ນໍ້າປະປາ, ການສື່ສານ ແລະ ອຸປະກອນຮັບໃຊ້ວຽກງານຕ່າງໆ ທາງດ້ານວິຊາການ;
4. ສ້າງແຜນຍຸດທະສາດ, ບັນດາແຜນການ, ແຜນງານ ແລະ ໂຄງການອັນລະອຽດ ທີ່ໄດ້ຜ່ານການຕົກລົງຮັບຮອງຈາກຂັ້ນເທິງ ແລະ ສະພາປະຊາຊົນແຂວງ;
5. ຄົ້ນຄວ້າ, ກະກຽມເນື້ອໃນລາຍການດຳເນີນກອງປະຊຸມຕ່າງໆ ຂອງພະແນກ ແລະ ກະກຽມສະຖານທີ່ກອງປະຊຸມ ໃຫ້ທັນຕາມກຳນົດເວລາ;
6. ປະຕິບັດໜ້າທີ່ລວມສູນ, ການພົວພັນວຽກງານພາຍໃນຂະແໜງການ, ກອງວິຊາການ ແລະ ການຈັດຕັ້ງຕ່າງໆ ຕາມການຕົກລົງເຫັນດີຂອງຄະນະພະແນກ;
7. ຄຸ້ມຄອງ, ເກັບກໍາສໍາເນົາ, ສໍານວນ, ບັນທຶກ ແລະ ຈໍລະຈອນເອກະສານ ຂາເຂົ້າ-ຂາອອກ ໃຫ້ພາກສ່ວນກ່ຽວຂ້ອງ;
8. ເປັນເຈົ້າການປະສານງານ ໃນການປະຕິບັດໜ້າທີ່ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ໃນຂອບເຂດພະແນກ;
9. ສັງລວມບັນດາໂຄງການພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນທົ່ວແຂວງ, ຈັດບູລິມະສິດນໍາສະເໜີ ໃຫ້ຂັ້ນເທິງພິຈາລະນາ;
10. ສະຫຼຸບ, ສັງລວມ ວຽກງານການຮ່ວມມືກັບຕ່າງປະເທດ ລວມທັງໂຄງການກູ້ຢືມ ແລະ ທຶນຊ່ວຍເຫຼືອລ້າ;
11. ພົວພັນປະສານງານ, ຄົ້ນຄວ້າກະກຽມງານດ້ານພິທີການຕ່າງໆ ຕາມການຕົກລົງຂອງຄະນະພະແນກ;
12. ພົບປະແລກປ່ຽນ, ຖອດຖອນບົດຮຽນ ທາງດ້ານວິຊາສະເພາະ ພາຍໃນ ແລະ ຕ່າງປະເທດ ຕາມການຕົກລົງ ແລະ ເຫັນດີຂອງຄະນະພະແນກ;
13. ສ້າງແຜນການ, ແຜນງານ, ໂຄງການ, ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ;
14. ຊຸກຍູ້ ແລະ ສົ່ງເສີມໂຄງການ-ການພັດທະນາການທ່ອງທ່ຽວ ແບບອະນຸຮັກ ປະຊາຊົນມີສ່ວນຮ່ວມ ທີ່ມີແລ້ວພ້ອມທັງສ້າງແຜນຂະຫຍາຍຕື່ມອີກ, ໂດຍສຶກສາເງື່ອນໄຂ ແລະ ຄວາມສອດຄ່ອງໃນການພັດທະນາ;
15. ຄົ້ນຄ້ວາ, ຄຸ້ມຄອງການລົງທຶນ, ການຮ່ວມມືຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ, ຮັບຜິດຊອບແປເອກະສານຕ່າງໆ ແລະ ພິທີການ;
16. ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນດ້ານວິຊາການ ແລະ ນໍາສະເໜີປະຕິບັດນະໂຍບາຍຍ້ອງຍໍ ຕໍ່ພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານ, ປະຕິບັດວິໄນ ແລະ ມາດຕະການຕໍ່ຜູ້ລະເມີດກົດໝາຍ;
17. ຄົ້ນຄວ້າ, ປັບປຸງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກ, ການກໍານົດຕໍາແໜ່ງງານ ໃຫ້ຂັ້ນເທິງພິຈະລະນາ;
18. ຄົ້ນຄວ້າ, ຕາມພາລະບົດບາດ, ສິດ-ໜ້າທີ່, ການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ປະຕິບັດວິໄນ ພະນັກງານ-ລັດຖະກອນ ທີ່ລະເມີດລະບຽບ, ກົດໝາຍ ພະນັກງານ-ລັດຖະກອນ ເພື່ອນໍາສະເໜີໃຫ້ຂັ້ນເທິງພິຈະລະນາ;
18. ຄົ້ນຄວ້າ, ສ້າງແຜນຄວາມຕ້ອງການ, ຈັດແບ່ງຕົວເລກລັດຖະກອນ ແລະ ຊຸກຍູ້ດໍາເນີນການຄັດເລືອກ, ການສອບເສັງເອົາລັດຖະກອນໃໝ່ ຕາມການຕົກລົງຂອງຂັ້ນເທິງ ແລະ ການແບ່ງຂັ້ນຄຸ້ມຄອງ;
20. ຕິດຕາມ, ກວດກາ, ຊຸກຍູ້, ແນະນໍາການປະຕິບັດລະບຽບ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ແລະ ຈັດຕັ້ງການປະເມີນຜົນການປະຕິບັດວຽກງານ ຂອງລັດຖະກອນປະຈໍາປີ ທີ່ຂຶ້ນກັບການຄຸ້ມຄອງຂອງພະແນກ;
21. ສ້າງແຜນການຝຶກອົບຮົມ, ຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະ, ພ້ອມທັງຕິດຕາມ ການຝຶກອົບຮົມ, ການກໍ່ສ້າງ ພະນັກງານ-ລັດຖະກອນ ເພື່ອຕອບສະໜອງຄວາມຕ້ອງການວຽກງານຂອງຂະແໜງ ໃນໄລຍະໃໝ່;
22. ຄົ້ນຄ້ວາ, ຕາມພາລະບົດບາດ, ສິດ-ໜ້າທີ່, ນໍາສະເໜີຂັ້ນເທິງອະນຸມັດ ແລະ ຮັບຮອງເອົາການດັດແກ້ ຊັ້ນ-ຂັ້ນ ເງິນເດືອນ, ການສອບເສັງເລື່ອນ ຊັ້ນ-ຂັ້ນ, ການດັດແກ້ໃບປະກາສະນິຍະບາດ, ການເລື່ອນອາຍຸການ, ການນະໂຍບາຍເອົາ ລູກ-ເມຍ, ເຂົ້າຮັບເງິນອຸດໜູນ ພໍ່ ຫຼື ແມ່, ຜົວ ຫຼື ເມຍ, ການອຸດໜູນກໍາລັງແຮງງານ, ບໍາເນັດ, ບໍານານ ດ້ານການປະກັນສັງຄົມ ແລະ ອື່ນໆ;
23. ຄົ້ນຄ້ວາ, ສັງລວມ, ນໍາສະເໜີ ດັດແກ້ຂໍ້ມູນຕ່າງໆ ຂອງລັດຖະກອນ ເພື່ອໃຫ້ຂັ້ນເທິງພິຈາລະນາ;
24. ສັງລວມ, ນໍາສະເໜີຂັ້ນເທິງປະຕິບັດນະໂຍບາຍຍ້ອງຍໍ ຂອງບັນດາຂະແໜງການ-ກອງວິຊາການ ອ້ອມຂ້າງພະແນກ, ອົງການຈັດຕັ້ງຕ່າງໆ, ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ພາຍນອກ ໃຫ້ຂັ້ນເທິງພິຈາລະນາ;
25. ຄຸ້ມຄອງຂໍ້ມູນສະຖິຕິລັດຖະກອນ, ຊີວະປະຫວັດ, ຊັ້ນ-ຂັ້ນ ເງິນເດືອນ ແລະ ເງິນອຸດໜູນຕ່າງໆ ຂອງລັດຖະກອນ ທີ່ມີໜ້າ ແລະ ໄດ້ຮັບເງິນເດືອນຕົວຈິງ ໃນຂອບເຂດສິດຄຸ້ມຄອງຂອງພະແນກ;
26. ພົວພັນ, ປະສານສົມທົບກັບກະຊວງ, ພະແນກການ, ນະຄອນ, ບັນດາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ;
27. ຕິດຕາມ, ກວດກາ ສະກັດກັ້ນຕ້ານປະກົດການຫຍໍ້ທໍ້, ສໍ້ລາດບັງຫຼວງຂອງລັດຖະກອນ ທີ່ຂຶ້ນກັບການຄຸ້ມຄອງຂອງພະແນກ ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ບັນດາເມືອງ, ນະຄອນ;
28. ຊຸກຍູ້ການຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ແບບແຜນວິທີເຮັດວຽກ ຂອງຄະນະພັກ-ຄະນະພະແນກ, ຂະແໜງການ-ກອງວິຊາການ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງ, ນະຄອນ ແລະ ບັນດານິຕິກໍາຕ່າງໆ ຂອງການຈັດຕັ້ງລັດທີ່ກ່ຽວພັນກັບການຄຸ້ມຄອງ, ພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ພະແນກຄຸ້ມຄອງ ໃນທົ່ວແຂວງ;
29. ປະສານສົມທົບ ເອົາຂໍ້ມູນນໍາພາກສ່ວນທີ່ກ່ຽວຂ້ອງ ເພື່ອມາວິເຄາະ, ວິໄຈ ກ່ອນການດໍາເນີນການກວດກາ;
30. ຄົ້ນຄວ້າ, ປະກອບຄໍາເຫັນທາງດ້ານວິຊາການ ແລະ ວິທີການແກ້ໄຂບັນຫາຕ່າງໆ ທີ່ພົບເຫັນບົນພື້ນຖານຄວາມເປັນເອກະພາບ ກັບພາກສ່ວນກ່ຽວຂ້ອງ ແລະ ການເຫັນດີຂອງຂັ້ນເທິງ;
31. ນໍາສະເໜີຫົວໜ້າພະແນກ ອອກຂໍ້ຕົກລົງຮັບຮອງເອົາ ຜົນຂອງການກວດກາ ແລະ ວິທີແກ້ໄຂ ເພື່ອອອກໜັງສືແຈ້ງການ ໃຫ້ພາກສ່ວນກ່ຽວຂ້ອງຮັບຮູ້;
32. ກວດກາກ່ອນການປະມູນໂຄງການ, ການຈັດຊື້ ແລະ ຈັດຈ້າງ ອຸປະກອນເຕັກນິກ, ໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ໂຄງການພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນທົ່ວແຂວງ;
33. ຕິດຕາມ, ຊຸກຍູ້, ການປະຕິບັດແຜນງົບປະມານ, ໂຄງການລົງທຶນຂອງລັດ, ການຄຸ້ມຄອງການນໍາໃຊ້ຊັບສິນຂອງລັດ, ເງິນກອງທຶນ, ເງິນກູ້ຢືມ, ເງິນຊ່ວຍເຫຼືອລ້າ, ເງິນອຸປະຖໍາ ແລະ ເງິນລາຍຮັບວິຊາການຂອງພະແນກ ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງ, ນະຄອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງພະແນກ;
34. ຮັບ ແລະ ຄົ້ນຄວ້າຄໍາສະເໜີ ຂອງບັນດາພະນັກງານ-ລັດຖະກອນ, ການຈັດຕັ້ງສັງຄົມ, ນິຕິບຸກຄົນ, ບຸກຄົນທີ່ພົວພັນເຖິງວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນຂອບເຂດຄວາມຮັບຜິດຊອບຂອງພະແນກ, ບັນດາເມືອງ ແລະ ນະຄອນ;
35. ສັງລວມສະຖິຕິ, ຂຶ້ນບັນຊີ, ເກັບສໍາເນົາ, ສໍານວນຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງກັບວຽກງານກວດກາ;
36. ສ້າງແຜນການ ແລະ ສະຫຼຸບສັງລວມ, ລາຍງານວຽກງານຮອບດ້ານ ພ້ອມທັງນໍາເອົາທິດຊີ້ນໍາຂອງຂັ້ນເທິງລົງມາເຜີຍແຜ່ຈັດຕັ້ງປະຕິບັດ;
37. ສະຫຼຸບ, ສັງລວມລາຍງານສະພາບການເຄື່ອນໄຫວຮອບດ້ານ ຂອງບັນດາຂະແໜງການ, ກອງວິຊາການອ້ອມຂ້າງພະແນກ ໃຫ້ຂັ້ນເທິງ ແລະ ນໍາເອົາທິດຊີ້ນໍາ ລົງມາເຜີຍແຜ່ຈັດຕັ້ງປະຕິບັດ;
38. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
ໂຄງປະກອບການຈັດຕັ້ງ
ປະກອບມີ 05 ກຸ່ມວຽກ ດັ່ງລຸ່ມນີ້:
1). ກຸ່ມວຽກ ບໍລິຫານ
2). ກຸ່ມວຽກ ຈັດຕັ້ງພະນັກງານ
3). ກຸ່ມວຽກ ກວດກາລັດ
4). ກຸ່ມວຽກຄົ້ນຄວ້າ, ສັງລວມ ແລະ ນິຕິກໍາ
5). ກຸມວຽກ ແຜນການ ແລະ ການເງີນ