ໜ້າຫຼັກ
ສື່ມວນຊົນ ຫຼວງພະບາງ
ຂ່າວສານຫຼວງພະບາງ
ໂທລະພາບ
ວິທະຍຸ
ພະແນກ
ຄະນະນໍາພະແນກ
ໂຄງປະກອບການຈັດຕັ້ງ
ພາລະບົດບາດ
ປະຫວັດຄວາມເປັນມາ
ອົງການຈັດຕັ້ງມະຫາຊົນ
ການຮ່ວມມື
ແຜນຍຸດທະສາດ
ຂະແໜງການ-ກອງວິຊາການ
ຂະແໜງບໍລິຫານ
ຂະແໜງຖະແຫຼງຂ່າວ
ຂະແໜງວັດທະນະທໍາ
ຂະແໜງພັດທະນາການທ່ອງທ່ຽວ
ຂະແໜງຄຸ້ມຄອງທຸລະກິດການທ່ອງທ່ຽວ
ຂະແໜງໂຄສະນາການທ່ອງທ່ຽວ
ຂະແໜງຄຸ້ມຄອງມໍຣະດົກໂລກ
ກອງວິຊາການ ວິທະຍຸ-ໂທລະພາບ
ຫໍພິພິທະພັນ ແຫ່ງຊາດຫຼວງພະບາງ
ກອງສິລະປະກອນແຂວງ
ການທ່ອງທ່ຽວ
ແຫຼ່ງທ່ອງທ່ຽວ
ຂໍ້ມູນທົ່ວໄປ
ການດໍາເນີນທຸລະກິດຂະແໜງ ຖວທ
ຄວາມຮູ້ທົ່ວໄປກ່ຽວກັບວຽກງານ ຖວທ
ວິດິໂອ
ເຊື່ອມໂຍງເວັບໄຊ
ປີທ່ອງທ່ຽວລາວ 2024
ງານສັບປະດາວັດທະນະທໍາ-ທ່ອງທ່ຽວ ລາວ-ຫວຽດ 2023
ງານບຸນປະເພນີໄຫຼເຮືອໄຟ 2023
ງານຖະແຫຼງຂ່າວປີທ່ອງທ່ຽວລາວ 2024
ງານບຸນປະເພນີປີໃໝ່ລາວ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024
ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024
ຕິດຕໍ່ພວກເຮົາ
ຄົ້ນຫາ
ກອງສິລະປະກອນແຂວງ
ໜ້າຫຼັກ
/ ກອງສິລະປະກອນແຂວງ
ທີ່ຕັ້ງ ແລະ ພາລະບົດບາດ ຂອງ
ກອງສິລະປະກອນແຂວງ
ກອງສິລະປະກອນ ແມ່ນໂຄງປະກອບກົງຈັກການຈັດຕັ້ງໜຶ່ງ ທີ່ຂຶ້ນກັບພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ດ້ານວິຊາການ ແມ່ນຢູ່ພາຍໃຕ້ການຊີ້ນຳ ແລະ ກວດກາ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຊຶ່ງຂຽນເປັນຕົວອັກສອນຫຍໍ້ “ສປດ” ມີພາລະບົດບາດເປັນເສນາທິການຊ່ວຍພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການຄຸ້ມຄອງພະນັກງານ - ລັດຖະກອນ ແລະ ກຳນົດຂັ້ນຂອງການອະນຸຍາດການເຄື່ອນໄຫວວຽກງານສິລະປະການສະແດງ, ຄົ້ນຄວ້າ ປະດິດຄິດແຕ່ງ ແລະເສີມສ້າງ-ພັດທະນາໃນວຽກງານດັ່ງກ່າວ, ເຄື່ອນໄຫວໜ້າທີ່ວຽກງານວິຊາສະເພາະ ພາຍໃຕ້ການຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ລະບຽບກົດໝາຍ, ພົວພັນປະສານສົມທົບກັບບັນດາສະຖາບັນການສຶກສາຕ່າງໆ, ພະແນກການ, ບັນດາເມືອງ ແລະນະຄອນ ກ່ຽວກັບວຽກງານສິລະປະການສະແດງ ໃນຂອບເຂດທົ່ວແຂວງຫຼວງພະບາງ.
ມີພາລະບົດບາດເປັນເສນາທິການໃຫ້ແກ່ ຫົວໜ້າພະແນກ, ກ່ຽວກັບວຽກວຽກງານສິລະປະການສະແດງ, ຄົ້ນຄວ້າ ປະດິດຄິດແຕ່ງ ແລະເສີມສ້າງ-ພັດທະນາໃນວຽກງານດັ່ງກ່າວ, ເຄື່ອນໄຫວໜ້າທີ່ວຽກງານວິຊາສະເພາະ ພາຍໃຕ້ການຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ລະບຽບກົດໝາຍ, ພົວພັນປະສານສົມທົບກັບບັນດາສະຖາບັນການສຶກສາຕ່າງໆ, ພະແນກການ, ບັນດາເມືອງ ແລະນະຄອນ ກໍ່ຄືຂັ້ນທ້ອງຖິ່ນຂອງຕົນ.
ຂອບເຂດສິດ
1. ຮ່າງໜັງສືສະເໜີ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງເຖິງວຽກງານກອງສິລະປະກອນຢູ່ພາຍໃນກອງ ຕາມການເຫັນດີຂອງຂັ້ນເທິງ;
2. ກວດກາ, ແນະນໍາການຈັດຕັ້ງປະຕິບັດບັນດານິຕິກໍາກ່ຽວກັບວຽກງານສິລະປະການສະແດງ ຕໍ່ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ຢູ່ພາຍໃນທ້ອງຖິ່ນຂອງຕົນ;
3. ເຂົ້າຮ່ວມປະຊຸມສະເໜີ ແລະ ປະກອບຄໍາເຫັນຕໍ່ວຽກງານກອງສິລະປະກອນຕາມພາລະບົດບາດຂອງຕົນ;
4. ຈັດກອງປະຊຸມ, ສໍາມະນາ, ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັວຽກງານສິລະປະການສະແດງ ກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ພາຍໃນແຂວງ ຕາມການມອບໝາຍຂອງຂັ້ນເທິງ;
5. ສະເໜີຂັ້ນເທິງພິຈາລະນາຕົກລົງປະຕິບັດນະໂຍບາຍຍ້ອງຍໍ ຕໍ່ພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານ;
6. ຕິດຕາມ, ກວດກາ ແລະ ຊຸກຍູ້ໜ່ວຍສິລະປະວັນນະຄະດີ, ວົງດົນຕຣີ ສະມັກຫລິ້ນ ແລະ ຜະລິດຕະພັນຕ່າງໆ ກ່ຽວກັບວຽກສິລະປະການສະແດງ ພາຍໃນແຂວງຫຼວງພະບາງ ໃຫ້ຖືກລະບຽບການ ແລະກົດໝາຍ ເພື່ອລາຍງານຕໍ່ຂັ້ນເທິງຮັບຊາບ;
7. ຮ່າງແຜນການ, ແຜນງານ ກ່ຽວກັບວຽກງານສິລະປະການສະແດງ, ລາຍການສະແດງ ນໍາສະເໜີຂັ້ນເທິງຄົ້ນຄວ້າ ແລະພິຈາລະນາ;
8. ຈັດຕັ້ງປະຕິບັດເຄື່ອນໄຫວວຽກງານສິລະປະການສະແດງ ໃນທົ່ວສັງຄົມ ຕາມການມອບໝາຍຂອງຂັ້ນເທິງ;
9. ຄົ້ນຄວ້າ ປະດິດຄິດແຕ່ງ ຜະລິດຕະພັນຕ່າງໆກ່ຽວກັບວຽກງານສິລະປະການສະແດງ ແລະ ຝຶກຊ້ອມລາຍການສະແດງຕ່າງໆ ຢູ່ພາຍໃນແຂວງຂອງຕົນ;
10. ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມໃຫ້ເຍົາວະຊົນ, ຊາວໜຸ່ມ ກໍ່ຄືຄົນຮຸ່ນໃໝ່ ຜູ້ທີ່ມີພອນສະຫວັນກ່ຽວກັບວຽກງານສິລະປະການສະແດງໃຫ້ມີຄວາມກ້າວໜ້າໃນຂອບເຂດທົ່ວແຂວງ;
11. ຄົ້ນຄວ້າ ແລະ ສະເໜີ ຮ່າງຂໍ້ກຳນົດ, ລະບຽບການ, ຄໍາແນະນຳ ແລະແຈ້ງການຕ່າງໆກ່ຽວກັບວຽກງານກອງສິລະປະກອນ ເພື່ອໃຫ້ຂັ້ນເທິງພິຈາລະນາ;
12. ອອກບົດແນະນຳ, ໜັງສືສະເໜີ, ຢັ້ງຢືນເອກະສານ ແລະ ແຈ້ງການຕ່າງໆ ທີ່ພົວພັນເຖິງວຽກງານຂອງຕົນໃຫ້ບັນດາ ວຽກງານ ແລະ ພະນັກງານ-ລັດຖະກອນ ພາຍໃນກອງສິລະປະກອນ;
13. ມີສິດຕັດສິນທຸກໆບັນຫາກ່ຽວກັບວຽກງານກອງສິລະປະກອນ ຕາມການຊີ້ນໍາຂອງຂັ້ນເທິງ;
14. ຈັດຕັ້ງ, ຄຸ້ມຄອງ ແລະ ນຳທຸກການເຄື່ອນໄຫວວຽກງານ ທີ່ກ່ຽວພັນກັບ ກອງສິລະປະກອນແຂວງ ກໍ່ຄືວຽກງານສິລະປະການສະແດງ;
15. ສ້າງ, ບຳລຸງ, ຍົກລະດັບໃຫ້ແກ່ພະນັກງານວິຊາການ, ທາງດ້ານການເມືອງ, ວິຊາສະເພາະ ແລະຈັນຍາບັນ;
16. ຄົ້ນຄວ້າ, ກຳນົດມາດຖານເຕັກນິກ ແລະ ນຳໃຊ້ວິທະຍາສາດ, ເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝ ເຂົ້າໃນວຽກງານທີ່ຮັບຜິດຊອບ;
17. ລົງເກັບກໍາຂໍ້ມູນຂ່າວສານ ເພື່ອຜະລິດລາຍການສິລະປະການສະແດງ ຕາມແນວທາງນະໂຍບາຍຂອງພັກ-ລັດ, ບົນພື້ນຖານລະບຽບກົດໝາຍ ວ່າດ້ວຍສິລະປະການສະແດງ;/
18. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ພາຫະນະ, ວັດຖຸອຸປະກອນຮັບໃຊ້ວິຊາສະເພາະເຂົ້າໃນໜ້າທີ່ວຽກງານໃຫ້ມີປະສິດທິຜົນ;
19. ຄົ້ນຄວ້າຊອກຫາລາຍຮັບວິຊາການ ແລະຄຸ້ມຄອງນຳໃຊ້ໃຫ້ຖືກຕ້ອງຕາມລະບຽບຫລັກການທີ່ຂັ້ນເທິງວາງອອກ;
20. ຮ່ວມກັບກອງສິລະປະກອນສູນກາງ, ໂຮງຮຽນສິລະປະແຫ່ງຊາດ ທີ່ມີການຮ່ວມມືກັນ ເພື່ອພັດທະນາເນື້ອໃນສິລະປະການສະແດງ, ເຕັກນິກຕ່າງໆ ຕາມການຕົກລົງເຫັນດີຂອງຂັ້ນເທິງ;
21. ພົວພັນ ແລະຮ່ວມມືກັບສາກົນ, ເພື່ອນມິດຍຸດທະສາດທາງດ້ານການພັດທະນາວຽກງານສິລະປະການສະແດງ;
22. ເຊັນສັນຍາ, ບົດບັນທຶກກັບພາຍໃນ ແລະ ຕ່າງປະເທດໂດຍການເຫັນດີ ຈາກທ່ານຫົວໜ້າພະແນກ;
23. ປະຕິບັດສິດ ແລະໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ;
ໜ້າທີ່
1. ຄົ້ນຄ້ວາ, ເຊື່ອມຊຶມ, ໂຄສະນາເຜີຍແຜ່ ແລະ ຈັດຕັ້ງ ປະຕິບັດແນວທາງນະໂຍບາຍ, ກົດໝາຍ, ແຜນຍຸດທະສາດ, ແຜນການ, ແຜນງານ, ໂຄງການຂອງກອງສິລະປະກອນແຂວງ ເພື່ອນໍາສະເໜີຂັ້ນເທິງ;
2. ຟື້ນຟູ, ອະນຸຮັກ, ປົກປັກຮັກສາ, ພັດທະນາ ແລະ ເຜີຍແຜ່ ວຽກງານສີລະປະການສະແດງ ຂອງທ້ອງຖິ່ນ ແລະ ຂອງຊາດ;
3. ຄົ້ນຄວ້າ, ນໍາສະເໜີຄະນະນໍາພະແນກ ເພື່ອອອກລະບຽບຄຸ້ມຄອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ ກ່ຽວກັບວຽກງານສີລະປະການສະແດງ ທີ່ເກີດຂຶ້ນໃນທ້ອງຖິ່ນຂອງຕົນ;
4. ຄົ້ນຄວ້າ, ນໍາສະເໜີ, ຂຶ້ນແຜນ, ສ້າງ, ບໍາລຸງ ແລະ ສັບຊ້ອນພະນັກງານ-ລັດຖະກອນ ຕາມລະບຽບການ;
5. ຄົ້ນຄວ້າ, ນໍາສະເໜີ, ປະກອບອຸປະກອນການຮຽນ-ການສອນກ່ຽວກັບວຽກງານສິລະປະກອນແຂວງ;
6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ, ກວດກາ ກ່ຽວກັບການເຄື່ອນໄຫວວຽກງານສິລະປະການສະແດງຕາມລະບຽບການ;
7. ຄົ້ນຄວ້າ, ປະດິດຄິດແຕ່ງ, ສ້າງສັນຜະລິດຕະພັນ ສິລະປະການສະແດງປະເພດຕ່າງໆ ເພື່ອຮັບໃຊ້ສັງຄົມ;
8. ຝຶກຊ້ອມ ສິລະປະການສະແດງລາຍການຕ່າງໆ ຕາມລະບຽບການ;
9. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານສິລະປະການສະແດງ ຕາມການເຫັນດີຂອງຂອງຂັ້ນເທິງ;
10. ພົວພັນ, ຮ່ວມມື ແລະ ແລກປ່ຽນບົດຮຽນ ດ້ານສິລະປະການສະແດງ ທັງພາຍໃນ ແລະຕ່າງປະເທດ ຕາມການເຫັນດີຂອງຂັ້ນເທິງ;
11. ນໍາສະເໜີ ພະແນກກ່ຽວກັບວຽກງານຝຶກອົບຮົມ ວຽກງານສີລະການສະແດງ ຢູ່ພາຍໃນແຂວງ;
12. ຂຶ້ນແຜນງົບປະມານ ແລະ ອຸປະກອນ, ພາຫະນະເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານກອງສິລະປະກອນແຂວງ ສົ່ງໃຫ້ຂັ້ນເທິງ;
13. ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງກອງສິລະປະກອນແຂວງ ປະຈຳ 03 ເດືອນ, 06 ເດືອນ ແລະ ປະຈຳປີ ເປັນປົກກະຕິ;
14. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ;
ໂຄງປະກອບການຈັດຕັ້ງ
ປະກອບມີ 03 ກຸ່ມວຽກ ດັ່ງລຸ່ມນີ້:
1). ກຸ່ມວຽກ ເສບດົນຕຣີ ແລະ ເຕັກນິກ.
2). ກຸ່ມວຽກ ສົ່ງເສີມຜະລິດຕະພັນ ຮ້ອງ-ຂັບລຳ.
3). ກຸ່ມວຽກ ສົ່ງເສີມຜະລິດຕະພັນທາງດ້ານສິລະປະການສະແດງຟ້ອນ.
ສະຫງວນລິຂະສິດ © 2023 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ, ສ.ປ.ປ ລາວ