ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024

ໜ້າຫຼັກ / ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024

ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມເປີດງານບຸນປະເພນີປີໃໝ່ລາວ ແລະການສະເຫລີມສະຫຼອງປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງພະບາງ

---------------------------------------

     ງານບຸນປະເພນີປີໃໝ່ລາວ ແລະການສະເຫລີມສະຫຼອງປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງພະບາງ ຈັດຂື້ນຢ່າງເປັນທາງການໃນວັນທີ 14 ເມສາ 2024 ນີ້ ທີ່ເສັ້ນທາງສີສະຫວ່າງວົງ ໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວພ້ອມດ້ວຍພັນລະຍາ, ມີອະດີດການນໍາຂັ້ນສູງ, ທ່ານລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານເຈົ້າແຂວງ, ສະຖານກົງສູນໃຫ່ຍ ສສ ຫວຽດນາມ ແລະ ສປ ຈີນ, ປະຊາຊົນບັນດາເຜົ່າຊາວຫຼວງພະບາງ ລວມທັງແຂກທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.

     ໃນພິທີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ປະທານຈັດງານບຸນປະເພນີປີໃໝ່ ລາວ ພສ 2567 ແລະສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງ ໄດ້ລາຍງານ ກ່ຽວກັບການກະກຽມວຽກງານແຕ່ລະດ້ານວ່າ: ການຈັດງານບຸນປະເພນີປີໃໝ່ລາວ ພສ 2567 ທີ່ເປັນງານບຸນປະເພນີຂອງຊາດລາວ ໄດ້ສືບທອດກັນມາຫຼາຍເຊັ່ນຄົນ; ໃນປີນີ້ຖືວ່າມີຄວາມພ້ອມໃນທຸກດ້ານ, ພິເສດປີນີ້ ຄະນະຮັບຜິດຊອບໄດ້ນໍາເອົາກິດຈະກຳສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນປະເພນີປີໃໝ່ລາວ ພສ 2567 ເພື່ອໂຄສະນາເຜີຍແຜ່ວັດທະນະທຳ, ວິຖີຊີວິດ ແລະຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ, ສະແດງບັນດາຜະລິດຕະພັນການທ່ອງທ່ຽວ ແລະສະຖານທີ່ທ່ອງທ່ຽວອັນໂດດເດັ່ນທາງດ້ານທຳມະຊາດ, ປະຫວັດສາດ ແລະວັດທະນະທຳຂອງແຂວງຫຼວງພະບາງ ໃຫ້ແຂກພາຍໃນ ແລະຕ່າງປະເທດໄດ້ຮັບຮູ້. ສໍາລັບແຂວງຫຼວງພະບາງ ໄດ້ກຳນົດເອົາ 2 ກິດຈະກໍາຫຼັກ ເປັນງານສະເຫຼີມສະຫຼອງປີທ່ອງທ່ຽວລາວຂອງແຂວງ ຄື: ງານບຸນປະເພນີປີໃໝ່ລາວ ແລະງານບຸນອອກພັນສາປະວໍລະນາ. ໃນໄລຍະຜ່ານມາ ອົງການປົກຄອງແຂວງ ໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາ, ສົ່ງເສີມວຽກງານການທ່ອງທ່ຽວເປັນຂະແໜງການຫຼັກໃນການຊຸກຍູ້ເສດຖະກິດຂອງແຂວງ ແລະໃນຕໍ່ໜ້າ ຈະສືບຕໍ່ພັດທະນາບັນດາພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ໃຫ້ມີຄຸນະພາບ, ມີຫຼາຍສີສັນ, ຕິດພັນກັບການຟື້ນຟູ, ອະນຸຮັກ ແລະເສີມຂະຫຍາຍມໍຣະດົກວັດທະນະທຳ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ, ປັດຈຸບັນທົ່ວແຂວງ ມີສະຖານທີ່ທ່ອງທ່ຽວ 228 ແຫ່ງ ເຊີ່ງເປີດບໍລິການແລ້ວ 158 ແຫ່ງ ແລະປີ 2024 ແຂວງຫຼວງພະບາງ ໄດ້ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ 1 ລ້ານ 7 ແສນເທື່ອຄົນ.

     ຈາກນັ້ນ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ກ່າວເປີດງານບຸນປະເພນີປີໃໝ່ລາວ ແລະສະເຫລີມສະຫຼອງປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ໂດຍໄດ້ເຊີນຊວນບັນດານັກທ່ອງທ່ຽວ ພາຍໃນ, ຈາກພາກພື້ນ ແລະສາກົນ ທີ່ເຂົ້າມາທ່ຽວຊົມແຂວງຫຼວງພະບາງ ມາສໍາພັດກັບບັນດາສະຖານທີ່ທ່ອງທ່ຽວ, ຮີດຄອງປະເພນີ ວັດທະນະທໍາ ທີ່ເປັນເອກະລັກສະເພາະ ຂອງຊາວຫຼວງພະບາງ. ພ້ອມນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຮັບ ຜິດຊອບ, ອະນຸກຳມະການຝ່າຍຕ່າງໆ, ນັບທັງພາກລັດ, ພາກທຸລະກິດ ຕະຫຼອດຮອດ ຊາວນະຄອນ ຫຼວງພະບາງ ແລະບັນດາເມືອງໃນທົ່ວແຂວງ ທີ່ໄດ້ມີສ່ວນຮ່ວມເຂົ້າໃນການກະກຽມບັນດາກິດຈະກຳ ບຸນປະເພນີປີໃໝ່ລາວ ພສ 2567 ແລະສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ເຊິ່ງແມ່ນປາງບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນ ລະດັບຊາດ. ແມ່ນວັດທະນະທຳອັນດີງາມ ທີ່ເປັນເອກະລັກສະເພາະ ຂອງຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ທີ່ໄດ້ສືບທອດປະຕິບັດກັນມາເປັນເວລາເຫິງນານ ຈົນເທົ້າເຖິງທຸກວັນນີ້.

     ໂອກາດນີ້ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ໃຫ້ກຽດຕັດແຖບຜ້າ ແລະລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ ແລະເປີດງານຢ່າງເປັນທາງການ. ໃນພິທີຜູ້ເຂົ້າຮ່ວມ ໄດ້ຊົມຂະບວນກ້ອນກໍາລັງຈາກຫຼາຍພາກສ່ວນ ພາຍໃນນະຄອນ-ຫຼວງພະບາງ, ບັນດາເມືອງອ້ອມຂ້າງ ແລະ 13 ເຜົ່າ ທີ່ດຳລົງຊີວິດຢູ່ແຂວງຫຼວງພະບາງ ລວມທັງໝົດ 40 ຂະບວນ, ເຊິ່ງແຕ່ລະຂະບວນລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນເຖິງຂະນົບທຳນຽມ, ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ.

"

"


>>> ຂໍ້ມູນຈາກ ຂ່າວສານຫຼວງພະບາງ ​(LUANG PRABANG NEWS)