ຖະແຫຼງຂ່າວປີທ່ອງທ່ຽວລາວ 2024

ໜ້າຫຼັກ / ຖະແຫຼງຂ່າວປີທ່ອງທ່ຽວລາວ 2024

ການຈັດງານຖະແຫຼງຂ່າວ ປີທ່ອງທ່ຽວລາວ 2024

ຂອງແຂວງຫຼວງພະບາງ ແລະ ສະເຫຼີມສະຫຼອງ ຫຼວງພະບາງ ເຂົ້າເປັນເມືອງມໍຣະດົກໂລກ ຄົບຮອບ 28 ປີ

ທີ່ແຂວງຫຼວງພະບາງ

ວາລະທີ 1: ງານຖະແຫຼງຂ່າວ ປີທ່ອງທ່ຽວລາວ 2024.

    ໃນເວລາ 08 ໂມງ 00 ນາທີ ຂອງວັນທີ 15 ມັງກອນ 2024, ໄດ້ຈັດງານຖະແຫຼງຂ່າວ ປີທ່ອງທ່ຽວລາວ 2024 ຢູ່ທີ່ຫ້ອງປະຊຸມໃຫຍ່ ແຂວງຫຼວງພະບາງ. ໂດຍການເປັນປະທານ ຂອງ ທ່ານ ບຸນເລື່ອມ ມະນີວົງ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ, ປະທານຈັດງານຖະແຫຼງຂ່າວ ປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງ.; ໃຫ້ກຽດເຂົ້າຮ່ວມ ມີບັນດາທ່ານ ຄະນະປະຈໍາພັກແຂວງ, ການນໍາ ພັກ-ລັດ​ ທີ່ມາຈາກຂັ້ນສູນກາງ, ກົງສູນຫວຽດນາມ ແລະ ກົງສູນຈີນ ປະຈໍາແຂວງຫຼວງພະບາງ, ມີບັນດາພະແນກການຕ່າງໆ ອ້ອມຂ້າງແຂວງ, ການນໍາເມືອງ 11 ເມືອງ ແລະ 1 ນະຄອນ ພາຍໃນແຂວງ, ສື່ມວນຊົນ ພາຍໃນ ແລະ ຕ່າງປະເທດ, ບັນດາແຂກທີ່ມາຈາກພາກທຸລະກິດ ບໍລິການດ້ານການທ່ອງທ່ຽວ, ບໍລິສັດສໍາຫຼວດອອກແບບ-ກໍ່ສ້າງ, ການຈັດຕັ້ງບ້ານ ໃນເຂດມໍຣະດົກໂລກ ຫຼວງພະບາງ ແລະ ບັນດາທ່ານແຂກທີ່ມີກຽດ ທ່ານຍິງ, ທ່ານຊາຍ ເຂົ້າຮ່ວມຢ່າງພ້ອມພຽງ.

     ການຈັດງານຄັ້ງນີ້, ເລີ່ມຕົ້ນດ້ວຍການ ຊົມການສະແດງສິລະຮ້ອງເພງລວມໝູ່ ປະສົມຂັບທ້ອງຖິ່ນຫຼວງພະບາງ ແລະ ປະກອບບົດຟ້ອນ ມີຊື່ວ່າ: ‘‘ເຊີນທ່ອງທ່ຽວເມືອງລາວ’’ ແລະ ຮ້ອງເພງລວມໝູ່ຍິງ ‘‘ເພງຫຼວງພະບາງ ທີ່ແສນຮັກ’’, ການສະແດງເຊີດຫຸ່ນ ລະຄອນ ອີ່ປ໋ອກ ເລື່ອງ: ‘‘ຂະບວນແຫ່ຫວໍ່ ບຸນຕຸດສົງການປີໃໝ່ລາວ’’ ດ້ວຍບັນຍາກາດຟົດຟື້ນ; ຫຼັງຈາກນັ້ນ, ກໍໄດ້ຮັບຊົມສາລະດີ ການສົ່ງເສີມປີທ່ອງທ່ຽວລາວ 2024 ແລະ ສາລະຄະດີ ການອະນຸຮັກ ຫຼວງພະບາງ ເຂົ້າເປັນເມືອງມໍຣະດົກໂລກ ຄົບຮອບ 28 ປີ.

     ພາຍຫຼັງຮັບຊົມສາລະກະດີ ກໍໄດ້ຖະແຫຼງຂ່າວ; ເຊິ່ງໃຫ້ກຽດຂຶ້ນຖະແຫຼງຂ່າວ ປີທ່ອງທ່ຽວລາວ 2024 ແລະ ສະເຫຼີມສະຫຼອງ ຫຼວງພະບາງ ເຂົ້າເປັນເມືອງມໍຣະດົກໂລກ ຄົບຮອບ 28 ປີ ໂດຍ ທ່ານ ບຸນເລື່ອມ ມະນີວົງ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ, ປະທານຈັດງານ ປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງ. ຈາກນັ້ນ ທ່ານ ປອ ນາງ ສຸດາພອນ ຄົມທະວົງ, ກໍາມະການພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ກໍໄດ້ໃຫ້ກຽດຂຶ້ນຜ່ານ ບົດລາຍງານຜົນສໍາເລັດ ຂອງການອະນຸຮັກ ຫຼວງພະບາງ ເຂົ້າເປັນເມືອງມໍຣະດົກໂລກ ຄົບຮອບ 28 ປີ. ເພື່ອເຮັດໃຫ້ງານດັ່ງກ່າວ ມີຄວາມໝາຍ, ຄວາມສໍາຄັນ ທ່ານ ວົງສະຫວັນ ເທບພະຈັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ, ໃນນາມຕາງໜ້າການນໍາແຂວງ ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດ.

ວາລະທີ 2: ສະເຫຼີມສະຫຼອງ ຫຼວງພະບາງ ເຂົ້າເປັນເມືອງມໍຣະດົກໂລກຄົບຮອບ 28 ປີ.

     ໃນເວລາ 09 ໂມງ 20 ນາທີ, ໄດ້ຈັດກອງປະຊຸມ ກ່ຽວກັບການນໍາສະເໜີບາງບົດຮຽນ ຂອງການປົກປັກຮັກສາມໍຣະດົກໂລກ ແລະ ການທ່ອງທ່ຽວ 

ພາຍໃຕ້ຫົວຂໍ້: ‘‘ການປົກປັກຮັກສາມໍຣະດົກໂລກ ຫຼວງພະບາງ ເພື່ອການທ່ອງທ່ຽວ ແບບຍືນຍົງ’’

ເຊິ່ງໃຫ້ກຽດຂຶ້ນນໍາສະເໜີໂດຍ:

1. ທ່ານ ນາງ ພອນມາລີ ອິນທະພົມ, ຫົວໜ້າ ກົມພັດທະນາການທ່ອງທ່ຽວ, ກະຊວງ ຖ.ວ.ທ (ຂຶ້ນບັນຍາຍ ໃນຫົວຂໍ້: ໂອກາດ, ສິ່ງທ້າທາຍ ແລະ ການປັບຕົວຂອງການທ່ອງທ່ຽວ ໃນເຂດມໍຣະດົກໂລກ);

2. ທ່ານ ນາງ ທາລາ ກຸດຈາເດີ້, ຜູ້ອຳນວຍການ ສູນ TAEC ຫຼວງພະບາງ, ນໍາສະເໜີໃນຫົວຂໍ້: “ການຄຸ້ມຄອງການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາມໍລະດົກໂລກ ຫຼວງພະບາງ”;

3. ທ່ານ ທໍາມະນູນ ພາກທູບ, ຜູ້ອໍານວຍການ ອົງການພັດທະນາພື້ນທີ່ພິເສດ, ແຂວງເລີຍ, ປະເທດໄທ. ນຳສະເໜີ ຫົວຂໍ້ “ລະບົບຮັບຮອງມາດຕະຖານສະຖານທີ່ທ່ອງທ່ຽວ ຕາມຫຼັກການພັດທະນາການທ່ອງທ່ຽວແບບຍືນຍົງ”;

4. ທ່ານ ນາງ ສຸກສະໝອນ ແສງຈັນ, ຮອງຫົວໜ້າ ພາກວິຊາ ບໍລິຫານການທ່ອງທ່ຽວ ແລະ ການໂຮງແຮມ ມະຫາວິທະຍາ ໄລສຸພານຸວົງ. ໃນຫົວຂໍ້: ທິດທາງ ແລະ ສິ່ງທ້າທາຍໃນການພັດທະນາການທ່ອງທ່ຽວ ແບບຍືນຍົງ ແລະ ການປົກປັກຮັກສາມໍຣະດົກໂລກ ໃນພາກເຫນືອ ສປປ ລາວ.

 

     ຮອດເວລາ 10 ໂມງ 40 ນາທີ ພາຍຫຼັງສໍາເລັດ, ບັນດາທ່ານ ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນທ່ຽວຊົມ ບັນດາຮ້ານວາງສະແດງສິນຄ້າ, ບັນດາຜະລິດຕະພັນ ທີ່ເປັນເອກະລັກສະເພາະຂອງຫຼວງພະບາງ ເພື່ອຊີມ, ຊື້ ແລະ ທ່ຽວຊົມການວາງສະແດງຮູບພາບການທ່ອງທ່ຽວ, ຮູບພາບການອະນຸຮັກມໍຣະດົກ ແລະ ຮູບພາບ ຈາກພາກສ່ວນຕ່າງໆ ພາຍໃນແຂວງຫຼວງພະບາງ.