ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ໄດ້ຮັບຫ້ອງປະຕິບັດການຮຽນ-ການສອນ ເພີ່ມອີກ 5 ຫ້ອງ
15 Dec 2023 | ເກສອນ ແກ້ວລາ |
ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ໄດ້ຮັບຫ້ອງປະຕິບັດການຮຽນ-ການສອນ ເພີ່ມອີກ 5 ຫ້ອງ
-------------------000----------------
ໃນວັນທີ 15 ທັນວາ 2023ນີ້, ທີ່ ວິທະຍາໄລ ເຕັກເນິກວິຊາຊີບຫຼວງພະບາງ ໄດ້ມີພິທີ ເປີດຫ້ອງປະຕິບັດງານການຮຽນ-ການສອນ ເພີ່ມ 5 ຫ້ອງ ໂດຍພາຍໃຕ້ໂຄງການຮ່ວມມືສາກົນສໍາລັບວິທະຍາໄລຕົວແບບ ຂອງ ສ.ເກົາຫຼີ ໃຫ້ການຊ່ວຍເຫຼືອ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາຄ່ອງ ພົມມະປັນຍາ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງພະບາງ, ທ່ານ ບຸນເພັງ ແຈ່ມມາໄລ ຮອງຜູ້ອຳນວຍການ ວິທະຍາໄລ ເຕັກນິກວິຊາຊີບຫຼວງພະບາງ, ທ່ານ
ອີເກຊ້ອຍ ຄະນະບໍດີມະຫາວິທະຍາໄລກຸນຈາງ ສ.ເກົາຫຼີ, ທ່ານ ຈັອນ ຢ້ອງໂຮ ຫົວໜ້າໂຄງການລຸປິກ,ມີບັນດາແຂກຖືກເຊີນພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຄູອາຈານພາຍໃນ ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງເຂົ້າຮ່ວມ.
ຈຸດປະສົງການເປີດຫ້ອງປະຕິບັດການຮຽນ-ການສອນ ແມ່ນໄດ້ມີນະໂຍບາຍ ຍົກລະດັບດ້ານການຮ່ວມມືໃນດ້ານວິຊາການກັບທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ເພື່ອປັບປຸງຄຸນນະພາບການສຶກສາ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ ໃນນີ້ການຮ່ວມມືກັບມະຫາວິທະຍາໄລກຸນຈາງ ສ.ເກົາຫຼີ ພາຍໃຕ້ໂຄງການ ລູປິກ ສ້າງວິທະຍາໄລໂຕແບບ ເຊິ່ງໄດ້ຮ່ວມມືນຳກັນ ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ. ການຈັດກິດຈະກຳໃນຄັ້ງນີ້ກໍ່ແມ່ນກິດຈະກຳຢູ່ພາຍໃຕ້ການຮ່ວມມືໂດຍມີ 2 ຈຸດປະສົງຄື: ເປີດຫ້ອງປະຕິບັດການຮຽນ-ການສອນ (5 ຫ້ອງ ) ສຳລັບພາກວິຊາບໍລິຫານໂຮງແຮມ ແລະ ການທ່ອງທ່ຽວ ພາຍໃຕ້ການຮ່ວມມືສາກົນກັບວິທະຍາໄລຕົວແບບ ແລະ ແລກປ່ຽນວັດທະນະທຳ ລະຫວ່າງ ນັກສຶກສາ ແລະ ຄູອາຈານ ທັງສອງສະຖາບັນຮ່ວມກັນ. ບໍ່ສະເພາະແຕ່ເທົ່ານັ້ນ, ການຈັດກິດຈະກຳໃນຄັ້ງນີ້ ຍັງເປັນມິດໝາຍທີ່ດີ ແລະ ເປັນການສ້າງຄວາມສາມັກຄີ ລະຫວ່າງທັງສອງວິທະຍາໄລໃຫ້ມີຄວາມແໜ້ນແຟ້ນຂື້້ນໄປຕື່ມອີກ.
ວິທະຍາໄລເຕັກນິກວິຊາຊີບ ຫຼວງພະບາງ ໄດ້ສ້າງຕັ້ງຂື້ນໃນປີ 1980, ມາໃນວັນທີ່ 21 ກໍລະກົດ 2015 ໂຮງຮຽນເຕັກນິກ-ວິຊາຊີບ ຫຼວງພະບາງ ໄດ້ຍົກຖານະເປັນວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງ ນັບຕັ້ງແຕ່ນັ້ນເປັນຕົ້ນມາ.
ປັດຈຸບັນວິທະຍາໄລເຕັກນິກ-ວິຊາຊີບໄດ້ ໄດ້ເປີດການຮຽນ-ການສອນ ໃນລະດັບປະກາສະນິຍະບັດວິຊາຊີບ ແລະ ປະກາສະນິຍະບັດວິຊາຊີບຊັ້ນສູງ ປະກອບດ້ວຍ 5 ພາກວິຊາຄື: ພາກວິຊາອຸດສະຫະກຳ ປະກອບມີ: ສາຂາເຕັກໂນໂລຊີລົດຍົນ, ສາຂາຊ່າງຈອດ-ທໍ່ນ້ຳ ແລະ ສາຂາສ້ອມແປງເຄື່ອງກົນຈັກການກະເສດ. ພາກວິຊາບໍລິຫານທຸລະກິດ ປະກອບມີ: ສາຂາການບັນຊີທຸລະກິດ, ສາຂາການຕະຫຼາດ ແລະ ສາຂາເລຂານຸການ. ພາກວິຊາເຕັກໂນໂລຊີໄຟຟ້າປະກອບມີ: ສາຂາຊ່າງໄຟຟ້າເຕັກນິກ, ສາຂາຊ່າງໄຟຟ້າເອເລັກໂຕຼນິກ ແລະ ສາຂາຕິດຕັ້ງ-ສ້ອມແປງເຄື່ອງຄວາມເຢັນ ແລະ ເຄື່ອງປັບອາກາດ. ພາກວິຊາບໍລິຫານໂຮງແຮມ ແລະ ການທ່ອງທ່ຽວ ປະກອບມີ: ສາຂາບໍລິເດີນທາງ-ການທ່ອງທ່ຽວ,ສາຂາປຸງແຕ່ງອາຫານ ແລະ ບໍລິການອາຫານ-ເຄື່ອງດຶ່ມ ແລະ ສາຂາບໍລິການໂຮງແຮມ. ພາກວິຊາກໍ່ສ້າງເຄຫະສະຖານ ປະກອບມີ: ສາຂາຊ່າງກໍ່ສ້າງເຄຫາສະຖານ ແລະ ສາຂາ ຕົບແຕ່ງອາຄານ ແລະ ເຟີນີເຈີ.ຈາກນັ້ນໃນພິທີກໍ່ໄດ້ຮ່ວມກັນຕັດແຖບຜ້າ ເປີດນຳໃຊ້ຫ້ອງປະຕິບັດການຮຽນ-ການສອນ 5 ຫ້ອງ ສຳລັບພາກວິຊາບໍລິຫານການໂຮງແຮມ ແລະ ການທ່ອງທ່ຽວ ຢ່າງເປັນທາງການ.
ຂ່າວ: ຈໍາປາ
ບກ: ເກສອນ ແກ້ວລາ
Share: