ໜ້າຫຼັກ / ການເຄື່ອນໄຫວ / ງານວາງສະແດງ ຜົນງານ ແລະ ຜະລິດຕະພັນ ຂອງ ອົງການຈັດຕັ້ງສັງຄົມລາວ CSSO Fair ປະຈຳປີ 2023

ງານວາງສະແດງ ຜົນງານ ແລະ ຜະລິດຕະພັນ ຂອງ ອົງການຈັດຕັ້ງສັງຄົມລາວ CSSO Fair ປະຈຳປີ 2023

15 Dec 2023 | ເພັດສາຄອນ ສິມມະວົງ |

ງານວາງສະແດງ ຜົນງານ ແລະ ຜະລິດຕະພັນ ຂອງ ອົງການຈັດຕັ້ງສັງຄົມລາວ CSSO Fair ປະຈຳປີ 2023 ໄດ້ຈັດຂຶ້ນກາງເດືອນ ທັນວາ ນີ້ ທີ່ສວນສາທາລະນະ ລ້ານຊ້າງ ນະຄອນ ຫຼວງພະບາງ ໂດຍການເຂົ້າຮ່ວມມີທ່ານ ບຸນເຫຼືອມ ມະນິວົງ ຮອງເຈົ້າແຂວງ ຫຼວງພະບາງ , ທ່ານ ດຣ ນາງ ຈັນສີ ພີມພະຈັນ ປະທານ ປະສານງານ ອົງການຈັດຕັ້ງສັງຄົມລາວ ( LCC ) ,ທ່ານ ນາງ ດານາ ຈູເລຍເລີບ ຮອງຫົວໜ້າແຜ່ນງານ ເຊກາ ຈິໄອແຊດສ ,ການນໍານະຄອນຫຼວງພະບາງ, ຂະແໜງການອ້ອມຂ້າງແຂວງ ພ້ອມດ້ວຍ 12 ສະມາຄົມລາວ 1 ມູນລະນິທິ,ສະມາຄົມ ບັນດາແຂວງພາກເໜືອ ແລະມວຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ໄຊຊົວລືເຮີ ເດີ້ເຈີຊົວວື ປະທານສະມາຄົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາງໜ້າອົງການຈັດຕັ້ງ ສັງຄົມຄົມລາວ12 ສະມາຄົມ 1 ມຸນນິທິແຂວງຫຼວງພະບາງ ກ່າວຕ້ອນຮັບ ແລະຈຸດປະສົງ ງານ ຄັ້ງນີ້ ຈັດເປັນ ເວລາ 2 ມື້ 15-16/12. ເປັນງານວາງສະແດງຜົນງານ ແລະຜະລິດຕະພັນຂອງລາວໄປຄ່ຽງຄູກັບວັດທະນະທໍາ, ການທ່ອງທ່ຽວ ແລະ ສິ່ງແວດລ້ອມໃຫ້ຍືນຍົງ ຂອງອົງການຈັດຕັ້ງສັງຄົມ ແນໃສ່ ສ້າງໂອກາດ ໃຫ້ຄູ່ຮ່ວມພັດທະນາ ທີ່ເຮັດວຽກຢູ່ ສ ປປ ລາວ ໄດ້ເຫັນ ການປະກອບສ່ວນ ຢ່າງຫລາກຫລາຍ ຂອງ ອົງການຈັດຕັ້ງສັງຄົມ ຊຶ່ງມີ ທັງຜົນງານ ຂອງ ອົງການຈັດຕັ້ງ ທີ່ບໍ່ຂື້ນກັບລັດຖະບານ, ສະມາຄົມ ບໍ່ຫວັງ ຜົນກຳໄລ ແລະ ມູນນິທິ, ທັງສ້າງໂອກາດ ໃຫ້ສັງຄົມ ຮັບຮູ້ ພາລະບົດບາດ ຂອງອົງການຈັດຕັ້ງສັງຄົມ ລາວ ພາຍໃນແຂວງ ຫຼວງພະບາງ ເພີ້ມອີກ ແລະ ສ້າງເງື່ອນໄຂ ໃຫ້ອົງການຈັດຕັ້ງ ສັງຄົມລາວໃນແຂວງ ຫລວງພະບາງ ກໍ່ຄືພາກເໜືອ ສາມາດປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ຫລຸດຜ່ອນ ຄວາມທຸກຍາກ, ຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ ຮອດປີ 2030.
ງານດັ່ງກ່າວນີ້ ສ້າງໂອກາດໃຫ້ ອົງການຈັດຕັ້ງ ທີ່ບໍ່ຂື້ນກັບລັດຖະບານ, ສະມາຄົມ ບໍ່ຫວັງຜົນກຳໄລ ແລະ ມູນນິທິ ໄດ້ສະແດງຜົນງານ ແລະ ຜະລິດຕະພັນ ຂອງເຂົາເຈົ້າ. ນອກນີ້ໃນງານ ຍັງຈະມີຫລາຍກິດຈະກຳ ເຊັ່ນ ຟ້ອນ, ຮ້ອງເພງ, ຖາມ-ຕອບ, ຈັດ ສົນທະນາ, ແລະ ໃຫ້ຄວາມຮູ້ ທີ່ ສະທ້ອນ ເຖິງ ເຊັ່ນ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກ ,ຄວາມສະເໜີພາບບົດບາດຍິງ-ຊາຍ, ວັດທະນະທຳ, ການທ່ອງທ່ຽວ, ການຈາລະຈອນ, ສິ່ງແວດລ້ອມ ແລະ ສຸຂະພາບ.
ໂອກາດດັ່ງກ່າວນີ້ ທ່ານ ບຸນເລື່ອມ ມະນີ້ວົງ ຮອງເຈົ້າແຂວງຫຼວງພະບາງ ກໍໄດ້ ກ່າວເປີດພິທີຢ່າງເປັນທາງການ ເຊິ່ງທ່ານ ກໍໄດ້ຍົກໃຫ້ເຫັນສະພາບຈຸດພິເສດ ຂອງແຂວງຫຼວງພະບາງໂດຍສັງເຂບ ພ້ອມທັງມີຄໍາເຫັນ ຕໍ່ງານຄັ້ງນີ້ວ່າ: ໄລຍະຜ່ານມາ ບັນດາສະມາຄົມ ແລະພາກສ່ວນດັ່ງກ່າວ ກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດຖະບານວາງອອກ ມາໂດຍຕະຫຼອດເວົ້າລວມເວົ້າສະເພາະກໍ່ຄືແຜນພັດທະນາເສດຖິດ-ສັງຄົມຂອງແຂວງຫຼວງພະບາງ ດ້ວຍການຍາດແຍ່ງເອົາການສະໜັບສະໜູນທຶນຮອນຈາກອົງການ ຈັດຕັ້ງສາກົນ ໃນຫຼາຍຂົງເຂດວຽກງານ ແລະ ຫຼາຍາໜ້າວຽກເປັນຕົ້ນ: ການຫຼຸດຜ່ອນຄວາມທຸກຍາກ, ການພັດ ທະນາຊຸມຊົນ, ການຄໍ້າປະກັນດ້ານສະບຽງອາຫານ, ການສົ່ງເສີມການສຶກສາ, ການສົ່ງເສີມສຸຂະພາບ, ການອະນຸລັກສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ການສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ, ການພັດທະນາສີມືແຮງງານ, ການສ້າງວຽກເຮັດງານທໍາ ແລະ ວຽກງານອື່ນໆ ເຫັນວ່າມີຜົນສໍາເລັດຫຼາຍດ້ານ ແລະ ໄດ້ຮັບການພັດທະນາຂຶ້ນເລື້ອຍໆ.
ພ້ອມດຽວກັນນີ້ ປະທານປະສານງານອົງການຈັດຕັ້ງສັງຄົມລາວ ( LCC ) , ຮອງຫົວໜ້າແຜນງານ ເຊກາ ຈິໄອແຊດສ ກໍໄດ້ພັດປ່ຽນກັນມີຄໍາເຫັນຕໍ່ງານຄັ້ງນີ້ຕື່ມອີກ.ຈາກນັ້ນ ກໍໄດ້ຮ່ວມກັນຕັດແຖບຜ້າ ແລະລັ່ນຄ້ອງ 9 ບາດ ເປີດງານວາງສະແດງ ຜົນງານ ແລະ ຜະລິດຕະພັນ ຂອງອົງການຈັດຕັ້ງສັງຄົມລາວ CSSO Fair ປະຈຳປີ 2023 ຢ່າງເປັນທາງການ ແລະເດີນຊົມຫ້ອງວາງສະແດງ ແລະຂາຍສິນຄ້າອີກດ້ວຍ.
ຂ່າວ: ເພັດສາຄອນ ສິມມະວົງ

Share:

ຂ່າວຫຼ້າສຸດ

ການທ່ອງທ່ຽວ

ພະແນກ ຖວທ ເປີດຊຸດອົບຮົມພະນັກງານນໍາທ່ຽວລະດັບແຂວງ ຄັັ້ງທີ III

  • 20 May 2024
  • ພະແນກ ຖວທ ເປີດຊຸດອົບຮົມພະນັກງານນໍາທ່ຽວລະດັບແຂວງ ຄັັ້ງທີ III

ພະແນກຖະແຫຼງຂ່າວ, ວັດທະນະທໍາ...

ອ່ານເພີ່ມ

ການເມືອງ

ກອງປະຊຸມທາມທາບ ຮ່າງກົດໝາຍ ຂົງເຂດສະພາແຫ່ງຊາດ

  • 03 Apr 2024
  • ສະພາແຂວງຫລວງພະບາງ

ໃນວັນທີ 25-26 ມີນາ 2024,...

ອ່ານເພີ່ມ

ການເມືອງ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

  • 29 Jan 2024
  • ສສ

...

ອ່ານເພີ່ມ

ການເມືອງ

ໂຄງການບູລະນະ ຢູ່ຫໍພິພິທະພັນ ແຫ່ງຊາດຫຼວງພະບາງ

  • 21 Dec 2023
  • ເພັດສາຄອນ ສິມມະວົງ

ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ