ເປົ້າໝາຍໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024
20 Dec 2023 | ເພັດສາຄອນ ສິມມະວົງ |
ວັນທີ 20 ທັນວາ 2023 ທີ່ສະໜາມບິນ ສາກົນ ຫຼວງພະບາງ ທ່ານ ຄໍາຂັນ ຈັນທະວີສຸກ ພ້ອມດ້ວຍການນໍາແຂວງ ໄດ້ຕ້ອນຮັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ.ຈາກນັ້ນ ທີ່ຫ້ອງວ່າການແຂວງຫຼວງພະບາງ ກໍໄດ້ຈັດກອງປະຊຸມເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ແກ່ບັນດາການນຳ ແລະ ພະນັກງານຫຼັກແຫຼ່ງ ແລະ ພະ ແນກການກ່ຽວຂ້ອງ ຂອງບັນດາແຂວງພາກເໜືອ ຂອງ ສປປ ລາວ. ໂດຍການເຜີຍແຜ່ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດ
ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ,ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນໍາຂອງແຂວງ ພະນັກງານຫຼັກແຫຼ່ງຈາກບັນດາແຂວງພາກເໜືອ ແລະນັກສຶກສາ ມະຫາວິທະຍາໄລສຸພານຸວົງເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ກ່ຽວກັບ ເປົ້າໝາຍໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄຳຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ”ແລະ ບັນດາບູລິມະສິດປີ່ນອ້ອມຄຳຂວັນ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນຄື: ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ. ພ້ອມນີ້, ທ່ານ ປະທານ ຍັງໄດ້ຍົກໃຫ້ເຫັນບົດບາດອັນສໍາຄັນຂອງ ສປປ ລາວ ໃນການເປັນປະທານກອງປະຊຸມລະດັບຕ່າງໆ ໂດຍສະເພາະລະດັບຜູ້ນໍາຂອງປະເທດສະມາຊິກອາຊຽນ ແລະ ລະຫວ່າງ ອາຊຽນ ແລະ ຄູ່ເຈລະຈາ ຊຶ່ງ ສປປ ລາວ ຈະໄດ້ນໍາພາ ແລະ ເຮັດວຽກຮ່ວມກັບປະເທດສະມາຊິກອາຊຽນ ໃນການປຶກສາຫາລືການຮ່ວມມືໃນຂົງເຂດຕ່າງໆ ລວມທັງການຮັບຮອງບັນດາເອກະສານສໍາຄັນ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳ ພາຍໃຕ້ກົນໄກການຮ່ວມມືອາຊຽນ ເພື່ອນໍາຜົນປະໂຫຍດສູງສຸດມາສູ່ອາຊຽນ ເວົ້າລວມ ເວົ້າສະເພາະແມ່ນ ສປປ ລາວ.
ໃນໂອກາດເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ທ່ານຮອງນາຍົກ ສະເຫຼີມໄຊ ກົມມະສິດ ກໍໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມເວົ້າລວມ, ເວົ້າສະເພາະແມ່ນບັນດາແຂວງພາກເໜືອ ທັງພາກລັດ, ພາກເອກະຊົນ ແລະ ພໍ່ແມ່ປະຊາຊົນ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ ພ້ອມກັນເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ສາມາດບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວາງອອກ, ລວມທັງການເປັນ ເຈົ້າພາບທີ່ດີ ເພື່ອດຶງດູດນັກທ່ອງທ່ຽວ ສຳລັບປີທ່ອງທ່ຽວລາວ 2024.
ໂອກາດດັ່ງກ່າວນີ້ ຍັງໄດ້ຮັບຟັງບູລິມະສິດປະທານເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ແລະບູລິມະສິດ ປະທານເສົາຄໍ້າເສດຖະກິດອາຊຽນ ຈາກທ່ານ ນາງ ສວນສະຫວັນ ວິຍະເກດ ແລະຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ຕື່ມອີກ
ຂ່າວ: ເພັດສາຄອນ ສິມມະວົງ
Share: