ໜ້າຫຼັກ / ການເຄື່ອນໄຫວ / ພະແນກ ຖວທ ເປີດຊຸດອົບຮົມພະນັກງານນໍາທ່ຽວລະດັບແຂວງ ຄັັ້ງທີ III

ພະແນກ ຖວທ ເປີດຊຸດອົບຮົມພະນັກງານນໍາທ່ຽວລະດັບແຂວງ ຄັັ້ງທີ III

20 May 2024 | ພະແນກ ຖວທ ເປີດຊຸດອົບຮົມພະນັກງານນໍາທ່ຽວລະດັບແຂວງ ຄັັ້ງທີ III |

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ເປີດຊຸດອົບຮົມພະນັກງານນໍາທ່ຽວລະດັບແຂວງ ຄັັ້ງທີ III ຂຶ້ນຢ່າງເປັນທາງການ ໃນວັນທີ 20 ພຶດສະພາ 2024 ນີ້ ທີີ່ຫ້ອງປະຊຸມພະແນກ ຖວທ ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ປອ ນາງ ສຸດາພອນ ຄົມທະວົງ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງພະບາງ, ມີບັນດາຫົວຫນ້າ-ຮອງຫົວຫນ້າຂະແຫນງ, ກອງວິຊາການພາຍໃນພະແນກ ຖວທ, ກຸ່ມພະນັກງານນຳທ່ຽວ, ວິທະຍາກອນ ແລະ ສຳມະນາການ ເຂົ້າຮ່ວມ.
ໃນພິທີ ທ່ານ ປອ ນາງ ສຸດາພອນ ຄົມທະວົງ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງ ໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ເນັ້ນໜັກ ວ່າການຈັດຝຶກອົບຮົມຄັ້ງນີ້ ເພື່ອເປັນການຍົກລະດັບຂີດຄວາມສາມາດຂອງພະນັກງານນໍາທ່ຽວລະດັບແຂວງ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນນະທໍາ ແລະ ມີຈັນຍາບັນ ຮັກໃນອາຊີບດ້ານການບໍລິການ. ເຊິ່ງການຍົກລະດັບຄຸນນະພາບຂອງພະນັກງານນຳທ່ຽວ ແມ່ນມີຄວາມຈຳເປັນພາວະວິໄສ ຕໍ່ຄຸນນະພາບຂອງການທ່ອງທ່ຽວພາຍໃນແຂວງ ໃຫ້ແຂງແຮງຂຶ້ນກວ່າເກົ່າ, ສົມຄູ່ກັບການຂະຫຍາຍຕົວຂອງນັກທ່ອງທ່ຽວໃນແຕ່ລະໄລຍະ; ຮັບປະກັນການເຄື່ອນໄຫວຕາມບົດບາດ, ສິດໜ້າທີ່ຢ່າງເຂັ້ມງວດ ຕາມອົງປະກອບດ້ານຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດຂອງຜູ້ນຳທ່ຽວ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ພ້ອມທັງກາຍເປັນທູດວັດທະນະທໍາ ແລະ ເປັນຜູ້ນໍາພານັກທ່ອງທ່ຽວທີ່ດີ.
ຊຸດຝຶກອົບຮົມພະນັກງານນຳທ່ຽວ ລະດັບແຂວງ ຄັັ້ງທີ III ນີ້ ມີສໍາມະນາກອນເຂົ້າຮ່ວມຝຶກອົບຮົມ ທັງໝົດ 71 ຄົນ, ຍິງ 30 ຄົນ, ມີ 8 ພາສາ ຄື: ພາສາໄທ, ຈີນ, ອັງກິດ, ຝຣັ່ງ, ເກົາຫຼີ, ສະເປນ, ເຢຍລະມັນ ແລະພາສາຫວຽດນາມ, ເຊິ່ງຈະໃຊ້ເວລາໃນການຝຶກອົບຮົມເປັນເວລາ 18 ວັນຈຶ່ງສໍາເລັດ.
ຂ່າວ: ຈໍາປາ

Share:

ຂ່າວຫຼ້າສຸດ

ການເມືອງ

ກອງປະຊຸມທາມທາບ ຮ່າງກົດໝາຍ ຂົງເຂດສະພາແຫ່ງຊາດ

  • 03 Apr 2024
  • ສະພາແຂວງຫລວງພະບາງ

ໃນວັນທີ 25-26 ມີນາ 2024,...

ອ່ານເພີ່ມ

ການເມືອງ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

  • 29 Jan 2024
  • ສສ

...

ອ່ານເພີ່ມ

ການເມືອງ

ໂຄງການບູລະນະ ຢູ່ຫໍພິພິທະພັນ ແຫ່ງຊາດຫຼວງພະບາງ

  • 21 Dec 2023
  • ເພັດສາຄອນ ສິມມະວົງ

ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ການເມືອງ

ເປົ້າໝາຍໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

  • 20 Dec 2023
  • ເພັດສາຄອນ ສິມມະວົງ

ວັນທີ 20 ທັນວາ 2023 ທີ່ສະໜາມບິນ ສາກົນ...

ອ່ານເພີ່ມ