ໜ້າຫຼັກ / ຂະແໜງວັດທະນະທໍາ
ທີ່ຕັ້ງ ແລະ ພາລະບົດບາດ ຂອງຂະແໜງວັດທະນະທໍາ
ຂະແໜງວັດທະນະທຳ ແມ່ນໂຄງປະກອບກົງຈັກການຈັດຕັ້ງໜຶ່ງຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ດ້ານວິຊາການ ແມ່ນຢູ່ພາຍໃຕ້ການຊີ້ນຳ ແລະ ກວດກາ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຊຶ່ງຂຽນເປັນຕົວອັກສອນຫຍໍ້ ວທ, ຂຽນເປັນ ພາສາຝຣັ່ງ “Le Section de la Culture, ຂຽນເປັນຕົວອັກສອນຫຍໍ້ SC.Lpb” ມີພາລະບົດບາດເປັນເສນາທິການຊ່ວຍພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການຄຸ້ມຄອງພະນັກງານ - ລັດຖະກອນ ບົນພື້ນຖານການວາງແຜນງານ, ໂຄງການດໍຳເນີນງານ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດ, ສົ່ງເສີມຊີວິດວັດທະນະທໍຳ ໃໝ່ທີ່ສົດໃສ ແລະ ກ້າວໜ້າໃຫ້ແກ່ມະຫາຊົນ, ສິລະປະ, ວັນນະຄະດີ, ການອ່ານພາຍໃນແຂວງ. ສົ່ງເສີມ ແລະ ພັດທະ ນາວຽກງານຮູບເງົາ, ເກັບກໍາ, ຮີບໂຮມສື່ຄວາມຮູ້ທີ່ເປັນສິ່ງພີມ ລວມທັງໜັງສືຜູກໃບລານ, ພັບສາ ແລະ ການໃຫ້ບໍລິການຂໍ້ມູນຂ່າວສານແກ່ປວງຊົນ, ການສໍາຫຼວດ, ຂື້ນທະບຽນ, ການອະນຸຮັກ, ການປະຕິສັງຂອນ, ການພີມຈໍຳໜ່າຍ ແລະ ສິ່ງພີມຕ່າງໆ.
ຂອບເຂດສິດ
1. ໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດຫມາຍ ດ້ານວັດທະນະທໍາ ຕໍ່ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທາງສັງຄົມ;
2. ຮ່າງຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ຕາມການຊີ້ນໍາຂອງຫົວຫນ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ;
3. ຮ່າງໃບອະນຸຍາດ ຫຼື ຍົກເລີກການເຄື່ອນໄຫວວຽກງານດ້ານວັດທະນະທໍາ ຂອງການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ໃຫ້ຂັ້ນເທິງພິຈາລະນາ;
4. ຄົ້ນຄວ້າ, ຮ່າງຂໍ້ກໍານົດ, ກົດລະບຽບ ການເຄື່ອນໄຫວບໍລິການຫໍສະຫມຸດ ແລະ ສູນວັດທະນະທໍາເດັກ ເພື່ອນໍາສະເຫນີຂັ້ນເທີງອອກອະນຸຍາດ;
5. ກວດກາ, ແນະນໍາການຈັດຕັ້ງປະຕິບັດບັນດານິຕິກໍາກ່ຽວກັບວຽກງານດ້ານວັດທະນະທໍາ ຕໍ່ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ຢູ່ພາຍໃນແຂວງຕາມການແບ່ງຂັ້ນຄຸ້ມຄອງ;
6. ເຂົ້າຮ່ວມປະຊຸມສະເຫນີ ແລະ ປະກອບຄໍາເຫັນຕໍ່ວຽກງານດ້ານວັດທະນະທໍາ ຕາມພາລະບົດບາດຂອງຂະແຫນງ;
7. ຄົ້ນຄວ້າ, ນໍາສະເຫນີຂັ້ນເທິງ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດໂຄງການ ຕ່າງໆທີ່ໄດ້ຮັບການອະນຸມັດ ທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວກັບວຽກງານມໍລະດົກວັດທະນະ ທໍາ ແລະ ນາມມະທໍາ ຕາມການເຫັນດີຂອງຂັ້ນເທິງ;
8. ຈັດກອງປະຊຸມ, ສໍາມະນາ, ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານດ້ານວັດທະນະ ທໍາ ກັບພາກສ່ວນທີ່ກ່ຽວຂ້ອງ, ບຸກຄົນ, ອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ຕ່າງປະເທດ ຕາມການ ຕົກລົງຂອງຂັ້ນເທິງ;
9. ຄົ້ນຄວ້າ, ນໍາສະເຫນີການຍ້ອງຍໍ ຕໍ່ຜູ້ມີຜົນງານ ແລະ ປະຕິບັດມາດຕະການຕ່າງໆຕໍ່ຜູ້ກະທໍາຜິດກົດ ຫມາຍ, ຂໍ້ກໍານົດ, ຄໍາສັ່ງ, ແຈ້ງການ ກ່ຽວກັບການດໍາເນີນທຸລະກິດ ດ້ານວັດທະນະທໍາ;
10. ຄົ້ນຄ້ວາ ແລະ ນໍາສະເຫນີ ຂໍອະນຸມັດການສ້າງຕັ້ງ, ໂຈະ, ຍົກເລີກ, ອອກ ແລະ ຖອນໃບອະນຸຍາດຜູ້ ປະກອບການ ທີ່ເຄື່ອນໄຫວວຽກງານວັດທະນະທໍາ ຕາມການແບ່ງປັນຂັ້ນຄຸ້ມຄອງ;
11. ສ້າງ ແລະ ປັບປຸງຂໍ້ກໍານົດ, ກົດລະບຽບ, ມາດຖານເງື່ອນໄຂ ໃນການເຄື່ອນໄຫວດໍາເນີນທຸລະກິດ ດ້ານ ວັດທະນະທໍາ ພາຍໃນແຂວງ;
ໜ້າທີ່
1. ຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍ, ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດ ໝາຍຂອງລັດ ມາເປັນແຜນການ, ແຜນງານ, ໂຄງການລະອຽດ ເພື່ອສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ຢ່າງທົ່ວເຖິງ;
2. ຄົ້ນຄວ້າ, ຮ່າງບົດແນະນໍາ, ແຈ້ງການ ແລະ ໜັງສືສະເໜີຕ່າງໆ ທີ່ພົວພັນເຖິງວຽກງານວັດທະນະທໍາໃຫ້ຄະນະພະແນກພິຈາລະນາ;
3. ຄົ້ນຄວ້າ, ກໍານົດແຜນຍຸດທະສາດການອານຸຮັກ, ສົ່ງເສີມວັດທະນະທໍາ ໃຫ້ຫົວໜ້າພະແນກພິຈາລະນາ ພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ;
4. ຄົ້ນຄວ້າ, ເຜີຍແຜ່ ແລະ ປະຕິບັດຄໍາສັ່ງ, ແຈ້ງການ, ຂໍ້ກໍານົດ, ກົດໝາຍການຄຸ້ມຄອງວັດທະນະທໍາຢູ່ພາຍໃນແຂວງ;
5. ຄົ້ນຄວ້າ, ສ້າງແຜນການ ແລະ ການເຄື່ອນໄຫວສິລະປະ, ວັນນະຄະດີ ແລະ ວັດທະນະທໍາຂອງເດັກທັງພາຍໃນ ແລະ ຕ່າງປະເທດ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ;
6. ຄົ້ນຄວ້າການສ້າງຕັ້ງ, ການປັບປຸງສູນ ແລະ ສະໂມສອນວັດທະນະທໍາເດັກ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ;
7. ຄົ້ນຄວ້າ, ສ້າງ ແລະ ປັບປຸງໂຄງການຫຼັກສູດການຮຽນ-ການສອນ, ຄູ່ມື ແລະ ອຸປະກອນການຮຽນ-ການສອນສໍາລັບເດັກ;
8. ຊຸກຍູ້, ຕິດຕາມ, ກວດກາ, ແນະນໍາການສ້າງຄອບຄົວ ແລະ ບ້ານວັດທະນະທໍາ, ປ້າຍ, ເກມ, ສະໂມສອນ, ສວນສາທາລະນະ, ຮີດຄອງປະເພນີ, ການເຮັດບຸນສິນກິນທານ ແລະ ພິທີກໍາຕ່າງໆ ຂອງບັນດາເຜົ່າພາຍໃນແຂວງ;
9. ຊຸກຍູ້ ແລະ ສົ່ງເສີມຂະບວນການແຂ່ງຂັນສິລະປະ-ວັນນະຄະດີບັນດາເຜົ່າ, ການປະດິດຄິດແຕ່ງ, ການປະກວດນັກຮ້ອງ, ຂັບ, ລໍາ, ຟ້ອນ, ລະຄອນ ແລະ ເຄື່ອງນຸ່ງຫົ່ມຂອງບັນດາເຜົ່າ, ນາງສາວອາພອນເພດຊົງລາວ, ນາງສາວລາວ, ເຄື່ອງຫັດຖະກໍາສີໄມ້ລາຍມືຕ່າງໆ ເພື່ອສົ່ງເສີມພອນສະຫວັນຂອງມວນຊົນພາຍໃນແຂວງ;
10. ຄົ້ນຄວ້າ ແລະ ນໍາສະເໜີຂໍອະນຸມັດການສ້າງຕັ້ງ, ໂຈະ, ຍົກເລີກ, ອອກ ແລະ ຖອນໃບອະນຸຍາດຜູ້ປະກອບການທຸລະກິດ ແລະ ການເຄື່ອນໄຫວວຽກງານວັດທະນະທໍາ ຕາມການແບ່ງປັນຂັ້ນຄຸ້ມຄອງ;
11. ສ້າງແຜນການ ແລະ ການຈັດຕັ້ງຝຶກອົບຮົມວຽກງານວິຊາການດ້ານວັດທະນະທໍາ;
12. ເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີມໍລະດົກທາງດ້ານວັດທະນະທໍາ;
13. ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນທາງດ້ານວິຊາການ ແລະ ນໍາສະເໜີປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດນິຕິກໍາດ້ານວັດທະນະທໍາ;
14. ຄຸ້ມຄອງຂໍ້ມູນສະຖິຕິດ້ານວຽກງານວັດທະະທໍາ;
15. ຄົ້ນຄວ້າ, ນໍາສະເໜີຂັ້ນເທິງ ເພື່ອຂໍທຶນຊ່ວຍເຫຼືອຈາກອົງການຈັດຕັ້ງສັງຄົມ ທັງພາຍໃນ ແລະ ຕ່າງປະ ເທດ ໃນການປຸກສ້າງສູນການຮຽນຮູ້ພາຍໃນແຂວງ;
16. ພົວພັນ, ແລກປ່ຽນບົດຮຽນວຽກງານວັດທະນະທໍາພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີຂອງຂັ້ນເທິງ;
17. ຄົ້ນຄວ້າ, ນໍາສະເໜີຈັດຕັ້ງໜ່ວຍ, ກຸ່ມ, ສະມາຄົມ ໃນການຈັດຕັ້ງຄຸ້ມຄອງວຽກງານວັດທະນະທໍາພາຍໃນແຂວງ;
18. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຈັດຝຶກອົບຮົມທັກສະການເປັນຜູ້ນໍາ, ການສ້າງຫ້ອງອ່ານ ແລະ ວຽກກິດຈະກໍານອກໂມງຮຽນ;
19. ບໍລິການຫ້ອງອ່ານກັບທີ່ ເຊັ່ນ: ຫ້ອງອ່ານສໍາລັບເດັກ, ຫ້ອງອ່ານສໍາລັບຜູ້ໃຫຍ່, ຫ້ອງທົດລອງວິທະຍາສາດ,ຫ້ອງອ່ານລາວ-ອາເມລິກາ, ຫ້ອງຄອມພິວເຕີ-ອິນເຕີເນັດ, ບໍລິການລົດສະໝຸດ ແລະ ເຮືອສະໝຸດເຄື່ອນທີ່ພາຍໃນແຂວງ;
21. ສະຫຼຸບ, ສັງລວມວຽກງານຮອບດ້ານຂອງຂະແໜງເປັນປົກກະຕິແຕ່ລະໄລຍະ;
21. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
ໂຄງປະກອບການຈັດຕັ້ງ
1.) ກຸ່ມວຽກຄຸ້ມຄອງວັດທະນະທໍາມະຫາຊົນ
2.) ກຸ່ມວຽກສົ່ງເສີມວັດທະນະທໍາ
3.) ກຸ່ມວຽກບູຮານວິທະຍາ-ວິຈິດສິນ
4.) ກຸ່ມວຽກຫໍສະຫມຸດ
5.) ກຸ່ມວຽກສູນວັດທະນະທໍາເດັກ
ຂໍ້ມູນເພີ້ມເຕີມ >>>
1.) ເວັບໄຊ
----------------------------------------------------------------------------
2.) ຖານຂໍ້ມູນທາງດ້ານວັດທະນະທໍານາມມະທໍາ