ໜ້າຫຼັກ / ງານສັບປະດາວັດທະນະທໍາ-ທ່ອງທ່ຽວ
ງານສັບປະດາວັດທະນະທຳ - ທ່ອງທ່ຽວ ບັນດາແຂວງພາກຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ສສ ຫວຽດນາມ
ນັບແຕ່ ວັນທີ 25 - 27 ຕຸລາ 2023
ປະກອບມີ 5 ກິດຈະກຳຫຼັກ ດັ່ງນີ້:
1. ສະແດງສິລະປະວັນນະຄະດີ ( ຫຼວງພະບາງ - ຫວຽດນາມ )
2. ວາງສະແດງຮູບພາບ.
3. ວາງສະແດງສີນຄ້າ ແລະ ຜະລິດຕະພັນທ່ອງທ່ຽວ.
4. ໄປທັດສະນະ ແລະສຳ ຫຼວດບັນດາສະຖານທີ່ແຫຼ່ງທ່ອງທ່ຽວ.
5. ກອງປະຊຸມ ສຳມະນາ ໂຄສະນາ ການທ່ອງທ່ຽວ ( ພາກລັດ - ເອກະຊົນ ຂອງແຂວງຫຼວງພະບາງ ແລະ ຝ່າຍຫວຽດນາມ ).ການຈັດງານ “ ສັບປະດາ ວັດທະນະທໍາ - ທ່ອງທ່ຽວ ” ຢູ່ແຂວງຫຼວງພະບາງ ໃນຄັ້ງນີ້, ເປັນກິດຈະກໍາໜຶ່ງ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 61 ປີ (5 / 9 / 1962 - 5 / 9 / 2023) ແລະ ໄດ້ສະແດງໃຫ້ເຫັນເຖິງການເພີ່ມພູນ ຄູນສ້າງ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ຢ່າງບໍ່ຢຸດຢັ້ງ, ເວົ້າລວມ, ເວົ້າສະເພາະ ແຂວງຫຼວງພະບາງ ແລະ ບັນດາແຂວງ ພາກຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮຈີມິນ ສສ ຫວຽດນາມ ສືບຕໍ່ຂະຫຍາຍຕົວຢ່າງໜັກແໜ້ນ, ນັບມື້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນໄປ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສອງຊາດ.
ໃນວັນທີ 25 ຕຸລາ 2023, ແຂວງຫຼວງພະບາງ ແລະ ແຂວງດຽນບຽນ, ແຂວງເຊີນລາ, ແຂວງໄລເຈົ່າ, ແຂວງລາວກາຍ, ແຂວງຮ່າຢ່າງ ແລະ ນະຄອນໂຮ່ຈິມີນ ສສ ຫວຽດນາມ ໄດ້ຮ່ວມກັນເປັນເຈົ້າພາບ ຈັດງານ “ສັບປະດາ ວັດທະນະທໍາ - ທ່ອງທ່ຽວ” ປີ 2023 ທີ່ ເດີ່ນທາດຫລວງ ນະຄອນ ຫຼວງພະບາງ, ເມືອງມໍລະດົກໂລກ ຢ່າງຍິ່ງໃຫຍ່ອະລັງການ, ໂດຍການເຂົ້າຮ່ວມ ກ່າວເປີດງານຂອງ ທ່ານ ບຸນເລື່ອມ ມະນີວົງ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ວື່ ອາ ບັງ ຮອງປະທານຄະນະກຳມະການປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ.
ການຈັດງານ “ສັບປະດາ ວັດທະນະທໍາ - ທ່ອງທ່ຽວ” ບັນດາແຂວງພາກຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ສສ ຫວຽດນາມ ທີ່ແຂວງຫຼວງພະບາງຄັ້ງນີ້, ເປັນຂີດໝາຍທີ່ສໍາຄັນ ທີ່ໄດ້ຈັດຂຶ້ນ ເປັນຄັ້ງທໍາອິດ ຢູ່ນະຄອນ ຫຼວງພະບາງ, ເປັນການປະກອບສ່ວນ ຈັດຕັ້ງຜັນຂະຫຍາຍ ແນວທາງຂອງ ພັກ-ລັດ ກ່ຽວກັບການພັດທະນາ ຂົງເຂດວຽກງານການພົວພັນຕ່າງປະເທດ, ວັດທະນະທໍາ, ທ່ອງວທ່ຽວ ເປັນການພົບປະ ແລກປ່ຽນວັດທະນະທຳ, ເສດຖະກິດ, ການຄ້າ, ການທ່ອງທ່ຽວ ລະຫວ່າງ ບັນດາແຂວງພາກຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮຈີມິນ ກັບ ແຂວງຫຼວງພະບາງ ເພື່ອຊຸກຍູ້ການສື່ສານ, ການໂຄສະນາ, ເຜີຍແຜ່ ວັດທະນະທໍາ ແລະ ພາບພົດຂອງການ ທ່ອງທ່ຽວ ເພື່ອເຊື່ອມໂຍງ ເຂົ້າສູ່ພາກພື້ນ ແລະ ສາກົນ.