ໜ້າຫຼັກ / ຂະແໜງພັດທະນາການທ່ອງທ່ຽວ
ທີ່ຕັ້ງ ແລະ ພາລະບົດບາດ ຂອງຂະແໜງພັດທະນາການທ່ອງທ່ຽວ
ຂະແຫນງພັດທະນາການທ່ອງທ່ຽວ ເປັນຂະແຫນງການຫນຶ່ງ ໃນກົງຈັກການຈັດຕັ້ງຂອງ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ມີຊື່ຂຽນເປັນຕົວອັກສອນຫຍໍ້ພາສາລາວ: “ຂພທ” ແລະ ເປັນພາສາອັງກິດ: Tourism Development Division “TDD”, ມີພາລະບົດບາດເປັນເສນາທິການໃຫ້ຄະນະນໍາພະແນກ ໃນການ ຄົ້ນຄວ້ານະໂຍບາຍກ່ຽວກັບການພັດທະນາການທ່ອງທ່ຽວ ແລະ ສ້າງແຜນການພັດທະນາການທ່ອງທ່ຽວໃນທົ່ວແຂວງ.
ຂອບເຂດສິດ
1. ຮ່າງຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ແຜນ ຍຸດທະສາດ ແລະ ແຜນການ ກ່ຽວກັບວຽກງານການທ່ອງທ່ຽວຕາມການອະນຸຍາດ ຂອງຄະນະນໍາພະແນກຖະ ແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
2. ສະເຫນີປັບປຸງການຈັດຕັ້ງ, ຄຸ້ມຄອງ, ນໍາໃຊ້ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານພາຍໃນຂະແຫນງ ໃຫ້ ສອດຄ່ອງ ແລະ ມີຄວາມເຫມາະສົມ.
3. ສະເຫນີເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດນະໂຍບາຍ ຫຼື ປະຕິບັດວິໄນຕໍ່ພະນັກງານຕາມລະບຽບຫຼັກການທີ່ລັດຖະບານວາງອອກ.
4. ລົງຕິດຕາມກວດກາຊຸກຍູ້ແນະນໍາບຸກຄົນ, ນິຕິບຸກຄົນ ຫ້າງຮ້ານບໍລິສັດ ແລະ ອົງການຈັດຕັ້ງຕ່າງໆ ໃນ ການຈັດຕັ້ງບັນດານິຕິກໍາ ກ່ຽວກັບ ການພັດທະນາການທ່ອງທ່ຽວ ແລະ ນໍາສະເຫນີຍ້ອງຍໍສັນລະເສີນຜູ້ທີ່ມີຜົນ ງານ ຫຼື ມີມາດຕາການ ຕໍ່ຜູ້ລະເມີດໃຫ້ຂັ້ນເທິງພິຈາລະນາ.
5. ພົວພັນຮຽກໂຮມປະຊຸມປຶກສາຫາລື ແລະ ຈັດຕັ້ງການຝຶກອົບຮົມດ້ານວິຊາການ ທີ່ກ່ຽວຂ້ອງກັບວຽກ ງານການະພັດທະນາການທ່ອງທ່ຽວ.
6. ເຂົ້າຮ່ວມກອງປະຊຸມ, ສໍາມະນາ ແລະ ສະເຫນີປະກອບຄໍາຄິດເຫັນ ທີ່ພົວພັນເຖິງພາລະບົດບາດຂອງຕົນ.
7. ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ວິຊາສະເພາະເຂົ້າໃນຫນ້າທີ່ວຽກງານຂອງ ຂະແຫນງໃຫ້ມີປະສິດທິພາບ.
8. ປະຕິບັດສິດອື່ນໆ ຕາມການມອບຫມາຍຂອງຂັ້ນເທິງ.
ໜ້າທີ່
1. ຄົ້ນຄວ້າ, ເຊື່ອມຊຶມ ຫັນເອົາແຜນນະໂຍບາຍຂອງພັກ-ລັດຖະບານ ຂອງພະແນກມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດ ກ່ຽວກັບການພັດທະນາການທ່ອງທ່ຽວ ພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ
2. ຄົ້ນຄວ້າ ແລະ ນຳສະເໜີນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບການພັດທະນາການທ່ອງທ່ຽວ;
3. ຄົ້ນຄວ້າ, ສ້າງແຜນພັດທະນາການທ່ອງທ່ຽວກັບຄູ່ຮ່ວມພັດທະນາ ເພື່ອຍາດແຍ່ງການຊ່ວຍເຫຼືອດ້ານ ທຶນຮອນ ແລະ ດ້ານວິຊາການຕາມການຕົກລົງ ຂອງຂັ້ນເທິງ;
4. ສົມທົບກັບຂະແໜງການທ້ອງຖິ່ນກ່ຽວຂ້ອງ ເພື່ອກໍານົດ, ວາງແຜນພັດທະນາ, ປັບປູງບູລະນະແຫຼ່ງທ່ອງທ່ຽວທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ, ພັດທະນາພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະ ດວກ, ວິໄຈການທ່ອງທ່ຽວ ແລະ ສຳຫຼວດອອກແບບ, ຈັດສັນ, ກຳນົດເຂດ, ປັກຫຼັກໝາຍ ແລະ ຂຶ້ນບັນຊີແຫຼ່ງທ່ອງທ່ຽວໃນຂອບເຂດທົ່ວແຂວງ;
5. ຄົ້ນຄວ້າທາງດ້ານວິຊາການບັນດາແຜນການ, ໂຄງການລົງທຶນຕ່າງໆ ແຕ່ລະໄລຍະ ເພື່ອນຳສະເໜີຂັ້ນເທິງພິຈາລະນາ ແລະ ຮັບຮອງ;
6. ຈັດຕັ້ງປະຕິບັດດັນດາມາດຕະຖານການທ່ອງທ່ຽວລະດັບຊາດ, ພາກພື້ນ ແລະ ສາກົນ;
7. ຄົ້ນຄວ້າ, ສ້າງແຜນພັດທະນາການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ;
8. ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງໂຄງການພັດທະນາການທ່ອງທ່ຽວຕາມການແບ່ງຂັ້ນຄຸ້ມຄອງ;
9. ເກັບກໍາ, ວິເຄາະ ແລະ ວິໄຈຂໍ້ມູນດ້ານການທ່ອງທ່ຽວ, ຜົນກະທົບຈາກການທ່ອງທ່ຽວ ແລະ ເສດຖະກິດການທ່ອງທ່ຽວ ເພື່ອເປັນພື້ນຖານຮັບໃຊ້ແກ່ການລົງທຶນ, ການວາງແຜນພັດທະນາບຸກຄະລາກອນໃນຂະ ແໜງການທ່ອງທ່ຽວ;
10. ຊຸກຍູ້, ຕິດຕາມ ແລະ ກວດກາທາງດ້ານວິຊາການກ່ຽວກັບການພັດທະນາຜະລິດຕະພັນການທ່ອງທ່ຽວ ໂດຍການລົງທຶນຂອງລັດ ແລະ ພາກທຸລະກິດໃນຂອບເຂດທົ່ວແຂວງ;
11. ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດໂຄງການພັດທະນາການທ່ອງທ່ຽວ ທີ່ໄດ້ຮັບການສະໜັບສະໜູນຊວ່ຍເຫຼືອຈາກອົງການຈັດຕັ້ງ ແລະ ສະຖາບັນການເງິນສາກົນ ຕາມການຕົກລົງເຫັນດີຂອງຂັ້ນເທິງ ;
12. ຄົ້ນຄວ້າ, ປະກອບຄໍາເຫັນທາງດ້ານວິຊາການ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງທີ່ລົງທຶນພັດທະນາແຫຼ່ງທ່ອງທ່ຽວ ແລະ ທຸລະກິດອື່ນໆ ທີ່ຕິດພັນກັບການພັດທະນາການທ່ອງທ່ຽວໃຫ້ຂັ້ນເທິງພິຈາລະນາ;
13. ຄົ້ນຄວ້າ, ສ້າງແຜນງົບປະມານເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ, ພ້ອມທັງ ຄຸ້ມຄອງ, ຕິດຕາມ, ກວດກາ, ແລະ ສະຫຼຸບໃຫ້ຖືກຕ້ອງຕາມລະບຽບຫຼັກການ;
14. ຄົ້ນຄວ້າ, ສ້າງແຜນ, ປັບປຸງຫຼັກສູດການຮຽນ-ການສອນ, ຈັດຝຶກອົບຮົມ, ສຳມະນາ ເພື່ອຍົກລະດັບທາງດ້ານວິຊາການໃນຂົງເຂດວຽກງານການທ່ອງທ່ຽວ;
15. ເກັບກໍາ, ສະຫຼຸບ, ສັງລວມ ແລະ ລາຍງານສະຖິຕິກ່ຽວກັບວຽກງານການທ່ອງທ່ຽວ;
16. ສະຫຼຸບ, ສັງລວມລາຍງານ ສະພາບການເຄື່ອນໄຫວຮອບດ້ານ ຂອງຕົນໃຫ້ຂັ້ນເທິງ ແລະ ນໍາເອົາທິດທາງແຜນການຂອງຂັ້ນເທິງລົງມາເຜີຍແຜ່ຈັດຕັ້ງປະຕິບັດ;
17. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
ໂຄງປະກອບການຈັດຕັ້ງ
ປະກອບມີ 03 ກຸ່ມວຽກ ດັ່ງລຸ່ມນີ້:
1). ກຸ່ມວຽກວາງແຜນ, ພັດທະນາການທ່ອງທ່ຽວ ແລະ ບຸກຄະລາກອນ.
2). ກຸ່ມວຽກສໍາຫຼວດ, ອອກແບບ, ຈັດສັນ ແລະ ມາດຕະຖານການທ່ອງທ່ຽວ.
3). ກຸ່ມວຽກສະຖິຕິ, ວິໄຈການທ່ອງທ່ຽວ ແລະ ການທ່ອງທ່ຽວແບບອະນຸລັກ.
''
ຂໍ້ມູນເພີ້ມເຕີມ >>>