ຂະແໜງຄຸ້ມຄອງມໍຣະດົກໂລກ

ໜ້າຫຼັກ / ຂະແໜງຄຸ້ມຄອງມໍຣະດົກໂລກ

ທີ່ຕັ້ງ ແລະ ພາລະບົດບາດ ຂອງຂະແໜງພັດທະນາການທ່ອງທ່ຽວ

    ຂະແຫນງ ຄຸ້ມຄອງມໍຣະດົກໂລກ ແມ່ນຂະແຫນງການຫນື່ງ ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງພະ ແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ. ທາງດ້ານວິຊາການແມ່ນຂຶ້ນກັບການ ຊີ້ນໍາ ແລະ ກວດກາ ຂອງພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ມີຊື່ຂຽນ ເປັນຕົວອັກສອນຫຍໍ້ວ່າ: “ຂຄມລ”, ຂຽນເປັນພາສາອັງກິດ “World Heritage Management Division” ຂຽນເປັນຕົວອັກສອນຫຍໍ້ວ່າ: “WHMD” ມີພາລະບົດບາດເປັນເສນາທິການໃຫ້ແກ່ຫົວຫນ້າ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ໃນການຄຸ້ມຄອງ ແລະ ປົກ ປັກຮັກສາມໍຣະດົກໂລກ ຫຼວງພະບາງ ໃຫ້ຄົງຄຸ່ນຄ່າ ແລະ ຍືນຍົງ ຕາມການແບ່ງຂັ້ນຄຸ້ມຄອງ;

ຂອບເຂດສິດ

1. ຮ່າງຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ແຜນ ຍຸດທະສາດ ແລະ ແຜນການ ກ່ຽວກັບວຽກງານການທ່ອງທ່ຽວຕາມການອະນຸຍາດ ຂອງຄະນະນໍາພະແນກຖະ ແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

2. ສະເຫນີປັບປຸງການຈັດຕັ້ງ, ຄຸ້ມຄອງ, ນໍາໃຊ້ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານພາຍໃນຂະແຫນງ ໃຫ້ ສອດຄ່ອງ ແລະ ມີຄວາມເຫມາະສົມ.

3. ສະເຫນີເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດນະໂຍບາຍ ຫຼື ປະຕິບັດວິໄນຕໍ່ພະນັກງານຕາມລະບຽບຫຼັກການທີ່ລັດຖະບານວາງອອກ.

4. ລົງຕິດຕາມກວດກາຊຸກຍູ້ແນະນໍາບຸກຄົນ, ນິຕິບຸກຄົນ ຫ້າງຮ້ານບໍລິສັດ ແລະ ອົງການຈັດຕັ້ງຕ່າງໆ ໃນ ການຈັດຕັ້ງບັນດານິຕິກໍາ ກ່ຽວກັບ ການພັດທະນາການທ່ອງທ່ຽວ ແລະ ນໍາສະເຫນີຍ້ອງຍໍສັນລະເສີນຜູ້ທີ່ມີຜົນ ງານ ຫຼື ມີມາດຕາການ ຕໍ່ຜູ້ລະເມີດໃຫ້ຂັ້ນເທິງພິຈາລະນາ.

5. ພົວພັນຮຽກໂຮມປະຊຸມປຶກສາຫາລື ແລະ ຈັດຕັ້ງການຝຶກອົບຮົມດ້ານວິຊາການ ທີ່ກ່ຽວຂ້ອງກັບວຽກ ງານການະພັດທະນາການທ່ອງທ່ຽວ.

6. ເຂົ້າຮ່ວມກອງປະຊຸມ, ສໍາມະນາ ແລະ ສະເຫນີປະກອບຄໍາຄິດເຫັນ ທີ່ພົວພັນເຖິງພາລະບົດບາດຂອງຕົນ.

7. ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ວິຊາສະເພາະເຂົ້າໃນຫນ້າທີ່ວຽກງານຂອງ ຂະແຫນງໃຫ້ມີປະສິດທິພາບ.

8. ປະຕິບັດສິດອື່ນໆ ຕາມການມອບຫມາຍຂອງຂັ້ນເທິງ.

1. ຮ່າງເອກະສານ, ນິຕິກໍາຕ່າງໆ ຕາມຄວາມຈໍາເປັນ ທີ່ພົວພັນເຖິງວຽກງານປົກປັກຮັກສາມໍຣະດົກໂລກ ຫຼວງພະບາງ ຕາມການຊີ້ນໍາຂອງຫົວຫນ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ;

2. ອອກບົດແນະນໍາ ຫຼື ແຈ້ງການ ໃຫ້ທຸກພາກສ່ວນພາຍໃນແຂວງ, ຈັດຕັ້ງປະຕິບັດກົດຫມາຍ, ດໍາລັດ, ຂໍ້ຕົກລົງ, ສັນຍາຮ່ວມມື, ແຜນງານ, ໂຄງການ ເພື່ອຜັນຂະຫຍາຍ ຄໍາສັ່ງແນະນໍາ ທີ່ລັດຖະບານ, ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຫຼື ແຂວງ ໄດ້ປະກາດໃຊ້ຕາມພາລະບົດບາດ ຂອງຕົນ ຕາມການຊີ້ນໍາເຫັນດີ ຂອງຫົວຫນ້າພະແນກ;

3. ສະເຫນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫຼື ຂັ້ນເທິງ ສັ່ງໂຈະຊົ່ວຄາວ ຫຼື ຍຸບເລີກ ກ່ຽວກັບການເຄື່ອນໄຫວ ຂອງໂຄງການໃດຫນຶ່ງ ທີ່ເຫັນວ່າບໍ່ສອດຄ່ອງກັບເປົ້າຫມາຍ ໃນການອະນຸລັກມໍຣະດົກໂລກ, ຂັດກັບລະ ບຽບ, ກົດຫມາຍ ຫຼື ສົນທິສັນຍາທີ່ໄດ້ກໍານົດໄວ້ ຕາມການຊີ້ນໍາ ຂອງຫົວຫນ້າພະແນກ ;

4. ຈັດກອງປະຊຸມ, ສໍາມະນາ, ຝຶກອົບຮົມທາງດ້ານວິຊາການຕ່າງໆ ກ່ຽວກັບວຽກງານຄຸ້ມຄອງມໍຣະດົກ ໂລກ ແລະ ອື່ນໆ ຕາມການຊີ້ນໍາ ຂອງຫົວຫນ້າພະແນກ;

5. ເຂົ້າຮ່ວມການຄົ້ນຄ້ວາ, ແກ້ໄຂ, ກວດກາ, ຄຸ້ມຄອງບັນດາໂຄງການ ຫຼື ກິດຈະກໍາຕ່າງໆ ທີ່ລັດຖະ ບານ, ແຂວງ ຫຼື ພາກສ່ວນຕ່າງໆ ອະນຸຍາດຕາມການຊີ້ນໍາ ຂອງຫົວຫນ້າພະແນກ;

6. ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ຝຶກອົບຮົມດ້ານຕ່າງໆ ກ່ຽວກັບວຽກງານມໍລະດົກ ຫຼື ວຽກງານ ອື່ນໆ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີ ຂອງຫົວຫນ້າພະແນກ;

7. ຂຶ້ນແຜນງົບປະມານຄວາມຕ້ອງການດ້ານຕ່າງໆ ເພື່ອຮັບໃຊ້ວຽກງານ ຂອງຂະແຫນງ ຄຸ້ມຄອງມໍຣະດົກໂລກ ແລະ ຄຸ້ມຄອງການນໍາໃຊ້ ໃຫ້ມີປະສິດທິຜົນ ແລະ ຖືກຕ້ອງຕາມກົດຫມາຍມໍຣະດົກແຫ່ງຊາດ;

8. ຕາງຫນ້າພະແນກເຊັນສັນຍາ, ອະນຸສັນຍາ ຫຼື ບົດບັນທຶກຮ່ວມມື ດ້ານວິຊາການພາຍໃນ ແລະ ສາກົນ ຕາມການຕົກລົງເຫັນດີ ຂອງຫົວຫນ້າພະແນກ;

9. ຄຸ້ມຄອງ-ນໍາໃຊ້ຊັບສົມບັດລວມ, ວັດຖຸ-ອຸປະກອນ ແລະ ງົບປະມານ ຕາມລະບຽບຫຼັກການທີ່ກໍານົດ ໄວ້;

10. ປະຕິບັດສິດອື່ນໆ ຕາມການມອບຫມາຍ ຂອງຫົວຫນ້າພະແນກ.

ໜ້າທີ່ 

1. ຄົ້ນຄວ້າ, ເຊື່ອມຊືມ ແລະ ຫັນເອົາແນວງທາງນະໂຍບາຍຂອງພັກ, ກົດຫມາຍຂອງລັດ, ທິດທາງ ແຜນການ ຂອງກະຊວງ, ແຂວງ ແລະ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ມາເປັນແຜນການ, ແຜນງານ ແລະ ໂຄງການອັນລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ;

2. ຄົ້ນຄ້ວາ, ຮ່າງຂໍ້ກໍານົດ, ກົດລະບຽບ, ບົດແນະນໍາ, ແຈ້ງການ, ຫນັງສືສະເຫນີຕ່າງໆ ທີ່ພົວພັນເຖິງການ ຄຸ້ມຄອງ ແລະ ພັດທະນາວຽກງານມໍລະດົກໂລກ ໃຫ້ຂັ້ນເທິງພິຈາລະນາ;

3. ຄົ້ນຄວ້າ, ສ້າງແຜນຍຸດທະສາດ, ແຜນການ, ແຜນງານ, ໂຄງການພັດທະນາມໍລະດົກໂລກຫຼວງພະ ບາງ ໃນແຕ່ລະໄລຍະ;
4. ສ້າງແຜນຜັງປົກປັກຮັກສາພ້ອມທັງສົ່ງເສີມໃຫ້ມີຄຸນຄ່າ, ອອກແບບຜັງລະອຽດ ຂອງແຕ່ລະກິດຈະກໍາ ກ່ຽວກັບການອະນຸຮັກ ແລະ ພັດທະນາມໍຣະດົກໂລກ ຫຼວງພະບາງ ໃຫ້ມີຄຸນຄ່າ ແລະ ຍືນຍົງ, ສ້າງ ສິ່ງທີ່ເອື້ອອໍານວຍຄວາມສະດວກ ຢູ່ເຂດອະນຸລັກມໍຣະດົກໂລກ ຫຼວງພະບາງ ນໍາສະເຫນີໃຫ້ຂັ້ນເທິງ ຮັບຮອງ ແລະ ປະກາດໃຊ້ເປັນຄູ່ມືໃນການຈັດຕັ້ງປະຕິບັດ;

5. ຈັດກອງປະຊຸມວິຊາການໃນລະດັບຂັ້ນຂອງຕົນ, ໂຄສະນາເຜີຍແຜ່ວຽກງານການຄຸ້ມຄອງ ມໍຣະດົກ ໂລກ ຫຼວງພະບາງ ໃຫ້ແຕ່ລະພາກສ່ວນ ຕະຫຼອດເຖິງພໍ່ແມ່ປະຊາຊົນ ທີ່ຢູ່ໃນເຂດອະນຸລັກມໍຣະດົກ ໂລກ ຫຼື ເຂດອ້ອມຮອບຮັບຊາບ ກ່ຽວກັບການປົກປັກຮັກສາ ແລະ ພັດທະນາມໍຣະດົກໂລກ ໃຫ້ຄົງ ຄຸນຄ່າ ຕາມນະໂຍບາຍຂອງລັດຖະບານວາງອອກ;

6. ເກັບກໍາປະຫວັດ, ຂໍ້ມູນມໍຣະດົກທາງດ້ານວັດທະນະທໍາ ທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ ທີ່ຕິດພັນ ກັບແບບແຜນການດໍາລົງຊີວິດ ຂອງປະຊາຊົນບັນດາເຜົ່າ ແລະ ບັນພະບູລຸດລາວ ທີ່ໄດ້ປົກປັກຮັກສາ ແລະ ບູລະນະມາຈົນເຖິງປັດຈຸບັນ;

7. ປະກອບຄໍາຄິດ-ຄໍາເຫັນ ແລະ ຊີ້ນໍາທາງດ້ານວິຊາການ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ແກ່ທ້ອງຖິ່ນ, ບັນດາຂະແຫນງ, ອົງການຈັດຕັ້ງລັດ, ເອກະຊົນ ແລະ ສາກົນ ກ່ຽວກັບການຄຸ້ມຄອງ ຜັງເມືອງ, ຮັກສາສະຖາປັດຕະຍະກໍາ, ທິວທັດຂອງຕົວເມືອງ ມໍຣະດົກໂລກ ຫຼວງພະບາງ;

8. ປະສານງານຮ່ວມມື ກັບບັນດາອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ສະຫຼຸບລາຍງານ ຄວາມ ຄືບຫນ້າ ໃນການຈັດຕັ້ງປະຕິບັດດ້ານວຽກງານຮ່ວມມື ປະຈໍາເດືອນ, ປະຈໍາງວດ, ປະຈໍາປີ, ສະເຫນີ ໃຫ້ຄະນະພະແນກພິຈາລະນາ ເພື່ອລາຍງານໃຫ້ຂັ້ນເທິງ ຢ່າງເປັນປົກກະຕິ ແລະ ທັນເວລາ;

9. ໃຫ້ຄໍາແນະນໍາ, ປຶກສາຕໍ່ບັນດາໂຄງການ ຫຼື ກິດຈະການກໍ່ສ້າງ, ປະຕິສັງຂອນ ແລະ ສ້ອມແປງ ໃຫ້ ຖືກຕ້ອງຕາມລະບຽບ ແລະ ກົດຫມາຍ ທີ່ໄດ້ກໍານົດໄວ້;

10. ກວດກາແຜນຜັງ, ແບບໂຄງການກໍ່ສ້າງ, ປະຕິສັງຂອນ ແລະ ສ້ອມແປງ ເຄຫາສະຖານ, ກິດຈະກໍາ ພື້ນຖານໂຄງລ່າງຕ່າງໆ ທີ່ຕັ້ງຢູ່ໃນພື້ນທີ່ເຂດອະນຸລັກມໍຣະດົກໂລກ ແລະ ເຂດອ້ອມຮອບ;

11. ລົງຕິດຕາມ, ກວດກາ ການກໍ່ສ້າງ, ປະຕິສັງຂອນ ແລະ ສ້ອມແປງກິດຈະກໍາຕ່າງໆ ໃຫ້ຖືກຕ້ອງຕາມ ແບບທີ່ໄດ້ຮັບອະນຸຍາດ ພ້ອມທັງແກ້ໄຂປະກົດການລະເມີດຕ່າງໆ;

12. ສ້າງ, ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາ, ບໍລິການຂໍ້ມູນ-ຂ່າວສານ ແລະ ປັບປຸງຖານຂໍ້ມູນມໍະດົກໂລກ ຫຼວງພະບາງ;

13. ເກັບກໍາ, ວິໄຈຂໍ້ມູນດ້ານຕ່າງໆ ເພື່ອສ້າງເປັນສະຖິຕິ ດ້ານເຕັກໂນໂລຊີດ້ວຍລະບົບ GIS (ການປ່ຽນ ແປງ ຂອງຕົວເມືອງ, ຫນອງ, ອາຄານ ແລະ ອື່ນໆ;

14. ວາງແຜນ, ຕິດຕາມ, ກວດກາ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານດ້ານສິ່ງແວດລ້ອມ ໃຫ້ຄົງ ຄຸນຄ່າ ແລະ ຍືນຍົງ ຕະຫຼອດໄປ;

15. ຊຸກຍູ້ສົ່ງເສີມວຽກງານພັດທະນາຊຸມຊົນ ແລະ ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ໃນການປົກປັກ ຮັກສາສິ່ງແວດລ້ອມ, ທິວທັດທໍາມະຊາດ, ເຂດຊຸ່ມຊື່ນ, ການຈັດສັນສວນສາທາລະນະ ແລະ ສະ ຖານທີ່ພັກຜ່ອນຕ່າງໆ ຕາມຂອບເຂດພື້ນທີ່ອະນຸລັກມໍລະດົກໂລກ ຫຼື ຂອບເຂດໃດຫນຶ່ງ ທີ່ໄດ້ຮັບ ການມອບຫມາຍຈາກຂັ້ນເທິງ;

16. ຄົ້ນຄວ້າ, ຈັດກອງປະຊຸມວິຊາການ ວຽກງານສິ່ງແວດລ້ອມໃນລະດັບຂັ້ນຂອງຕົນ, ປະສານສົມທົບ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ໃນການຈັດຕັ້ງຄຸ້ມຄອງ ແລະ ກໍາ ຈັດຂີ້ເຫຍື້ອ, ກໍາຈັດນໍ້າເປື້ອນ, ສິ່ງເປິະເປື້ອນ ທີ່ບໍ່ສະອາດງາມຕາ ແລະ ມົນລະພິດຕ່າງໆ ຢູ່ໃນຕົວ ເມືອງການປູກຕົ້ນໄມ້ປະດັບປະດາຕົວເມືອງ ແລະ ປົກປັກຮັກສາຕົ້ນໄມ້ເກົ່າແກ່ທີ່ເປັນເອກະ ລັກ;

17. ໂຄສະນາເຜີຍແຜ່ນິຕິກໍາຕ່າງໆ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຂອງຕົວເມືອງ ໃຫ້ທຸກຊັ້ນ ຄົນໃນສັງຄົມ;

18. ເຮັດວຽກງານພົວພັນ-ຮ່ວມມືສາກົນ, ປະສານງານ, ລາຍງານສະພາບການຄຸ້ມຄອງມໍຣະດົກໂລກຫຼວງ ພະບາງ ໃຫ້ສູນມໍຣະດົກໂລກ ຕາມພາລະບົດບາດຂອງຂະແຫນງ;

19. ປະຕິບັດຫນ້າທີ່ອື່ນໆ ຕາມການມອບຫມາຍຂອງຂັ້ນເທິງ.

ໂຄງປະກອບການຈັດຕັ້ງ

ປະກອບມີ 04 ກຸ່ມວຽກ ດັ່ງລຸ່ມນີ້:

1). ກຸ່ມວຽກ ຄຸ້ມຄອງ ການປຸກສ້າງ ແລະ ສ້ອມແປງ;

2).ກຸ່ມວຽກ ວາງແຜນ ແລະ ຄຸ້ມຄອງມໍຣະດົກໂລກ;

3).ກຸ່ມວຽກ ອະນຸລັກສິ່ງແວດລ້ອມ;

4).ກຸ່ມວຽກ ຂໍ້ມູນມໍລະດົກໂລກ ແລະ ຮ່ວມມືສາກົນ.

''

ຂໍ້ມູນເພີ້ມເຕີມ >>> 

1.) ເວັບໄຊ