ໜ້າຫຼັກ / ຂະແໜງຖະແຫຼງຂ່າວ
ທີ່ຕັ້ງ ແລະ ພາລະບົດບາດ ຂອງຂະແໜງຖະແຫຼງຂ່າວ
-
ຂະແໜງຖະແຫຼງຂ່າວ ແມ່ນຂະແໜງການໜຶ່ງ ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ. ດ້ານວິຊາການແມ່ນຂຶ້ນກັບການຊີ້ນຳ ແລະກວດກາຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ມີຊື່ຂຽນເປັນຕົວອັກສອນຫຍໍ້ ວ່າ: ຖຂ ຂຽນເປັນຕົວພາສາອັງກິດ “Information Section” ຂຽນເປັນອັກສອນຫຍໍ້ວ່າ “IS” ມີພາລະບົດບາດເປັນເສນາທິການໃຫ້ແກ່ຫົວໜ້າພະແນກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໃນການຄຸ້ມຄອງ, ພັດທະນາວຽກງານຖະແຫຼງຂ່າວສື່ມວນຊົນ ພາຍໃນແຂວງຫຼວງພະບາງ ຕາມການແບ່ງຂັ້ນຄຸ້ມຄອງ;
ໜ້າທີ່
- 1. ຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍ,ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດມາເປັນແຜນການ, ແຜນງານ, ໂຄງການລະອຽດ ເພື່ອສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ຢ່າງທົ່ວເຖິງ;
- 2. ຄົ້ນຄ້ວາ, ຮ່າງບົດແນະນຳ, ແຈ້ງການ ແລະ ໜັງສືສະເໜີຕ່າງໆທີ່ພົວພັນເຖິງການຄຸ້ມຄອງ ແລະ ພັດທະນາວຽກງານຖະແຫຼງຂ່າວໃຫ້ພະແນກ ແລະ ເຈົ້າແຂວງເປັນຜູ້ພິຈາລະນາ;
- 3. ຄົ້ນຄ້ວາ, ກຳນົດແຜນຍຸດທະສາດການພັດທະນາວຽກງານຖະແຫຼງຂ່າວໃຫ້ຫົວໜ້າພະແນກພິຈາລະນາພ້ອມທັງຈັດຕັ້ງປະຕິບັດຕາມການຕົກລົງຂອງຂັ້ນເທິງ;
- 4. ຄົ້ນຄ້ວາ ແລະ ຈັດຕັ້ງປະຕິບັດເຜີຍແຜ່ຄຳສັ່ງ, ແຈ້ງການ, ຂໍ້ກໍານົດ, ກົດໝາຍວ່າດ້ວຍສື່ມວນຊົນຢູ່ພາຍໃນແຂວງຫຼວງພະບາງ ແລະ ນຳສະເໜີປະຕິບັດມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍຂອງສື່ມວນຊົນໃຫ້ເຂັ້ມງວດ;
- 5. ຄຸ້ມຄອງ, ກວດກາ, ຕິດຕາມ, ຂຶ້ນບັນຊີອະນຸຍາດການເຄື່ອນໄຫວ, ອຸປະກອນ, ພາຫະຫະສື່ຕ່າງໆຂອງລັດແລະເອກະຊົນ, ຕັດສິນເນື້ອໃນ ແລະ ຮູບແບບຂອງສື່ສິ່ງພິມ ແລະ ສື່ອອນລາຍທີ່ເຄື່ອນໄຫວຢູ່ພາຍໃນແຂວງຫຼວງພະບາງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ;
- 6. ຄຸ້ມຄອງສື່ມວນຊົນໃຫ້ເຄື່ອນໄຫວຕາມສີ່ລັກສະນະຂອງກົດໝາຍວ່າດ້ວຍສື່ມວນຊົນລາວ;
- 7. ອະນຸຍາດ, ຄຸ້ມຄອງນັກຂ່າວທັງພາຍໃນ ແລະ ຕ່າງປະເທດທີ່ມາເຄື່ອນໄຫວຢູ່ ແຂວງຫຼວງພະບາງ;
- 8. ຄົ້ນຄ້ວາ ແລະ ນຳສະເໜີ ຂໍອະນຸມັດການສ້າງຕັ້ງ, ໂຈະ, ຍຸບເລີກ, ອອກ ແລະ ຖອນໃບອະນຸຍາດຜູ້ປະກອບການ ແລະ ເຄື່ອນໄຫວວຽກງານຖະແຫລງຂ່າວ-ສື່ມວນຊົນ;
- 9. ຂຶ້ນແຜນ ແລະ ຈັດຕັ້ງຝຶກອົບຮົມວິຊາການຖະແຫຼງຂ່າວ-ສື່ມວນຊົນໃຫ້ແກ່ການຈັດຕັ້ງລັດ, ສັງຄົມ ແລະ ຜູ້ປະກອບການ;
- 10. ສ້າງແຜນພັດທະນາພາຫະນະສື່ມວນຊົນ ແລະ ຄຸ້ມຄອງນຳໃຊ້ຕາມມາດຖານເຕັກນິກທີ່ກະຊວງກຳນົດບົນພື້ນຖານການຕົກລົງເຫັນດີຂອງຂັ້ນເທິງ;
- 11. ຄົ້ນຄ້ວາ, ປະກອບຄຳຄິດຄຳເຫັນທາງດ້ານວິຊາການ ແລະ ນຳສະເໜີປະຕິບັດນະໂຍບາຍຍ້ອງຍໍ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດລະບຽບການ-ນິຕິກຳ ແລະ ກົດໝາຍສື່ມວນຊົນ;
- 12. ເກັບກໍາສະຖິຕິດ້ານສື່ມວນຊົນພາກລັດ ແລະ ເອກະຊົນຢູ່ພາຍໃນແຂວງ, ເພື່ອລາຍງານໃຫ້ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນປົກກະຕິ;
- 13. ຄົ້ນຄວ້າ, ກົດລະບຽບ, ບົດແນະນຳ, ແຈ້ງການ, ໜັງສືສະເໜີຕ່າງໆ ທີ່ພົວພັນເຖິງວຽກງານຝຶກອົບຮົມບຸກຄະລາກອນດ້ານຖະແຫຼງຂ່າວໃຫ້ຂັ້ນເທິງພິຈາລະນາ;
- 14. ປຸກລະດົມ, ຂົນຂວາຍທຶນຮອນປະກອບສ່ວນຈາກສັງຄົມ, ຜູ້ປະກອບການດ້ານສື່ມວນຊົນ, ເພື່ອນຳໃຊ້ເຂົ້າໃນວຽກງານຝຶກອົບຮົມກໍ່ສ້າງບຸກຄະລາກອນ;
- 15. ຄົ້ນຄວ້າ, ນຳເອົາຫຼັກສູດການຮຽນ-ການສອນຈາກຂັ້ນເທິງເພື່ອຮັບໃຊ້ການຝຶກອົບຮົມໃນຫົວຂໍ້ຕ່າງໆໃຫ້ສອດຄ່ອງກັບທ້ອງຖິ່ນຂອງຕົນ;
- 16. ຕິດຕາມ, ກວດກາ, ເກັບກຳ, ຂຶ້ນບັນຊີ ແລະ ປະເມີນຜົນບຸກຄະລາກອນທີ່ໄດ້ຜ່ານການຝຶກອົບຮົມວຽກງານດ້ານຖະແຫຼງຂ່າວ, ເພື່ອນຳເອົາຜົນການປະເມີນມາປັບປຸງພັດທະນາຫຼັກສູດ;
- 17. ຄົ້ນຄວ້າ, ນຳສະເໜີຂັ້ນເທິງພິຈາລະນາອອກໃບຢັ້ງຢືນໃຫ້ຜູ້ສຳເລັດຫຼັກສູດການຝຶກອົບຮົມດ້ານຖະແຫຼງຂ່າວບົນພື້ນຖານການຕົກລົງເຫັນດີຂອງຂັ້ນເທິງ;
- 18. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງນັບແຕ່ຂັ້ນສູນກາງຫາທ້ອງຖິ່ນເພື່ອປັບປຸງວຽກງານຖະແຫຼງຂ່າວໃຫ້ມີປະສິດທິພາບ;
- 19. ຮ່ວມມື, ແລກປ່ຽນບົດຮຽນ ແລະ ຍາດແຍ່ງເອົາການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ, ເພື່ອນມິດຍຸດທະສາດບົນພື້ນຖານການຊີ້ນຳຂອງຄະນະພະແນກ;
- 20. ສະຫຼຸບ, ສັງລວມ, ລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານ ແລະ ທິດທາງແຜນການໃຫ້ຂັ້ນເທີງຮັບຊາບ;
- 21. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.
ຂອບເຂດສິດ
- 1. ຮ່າງເອກະສານ, ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຖະແຫຼງຂ່າວສື່ມວນຊົນ ຕາມການຊີ້ນໍາຂອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ;
- 2. ອອກໜັງສືສະເໜີເຖິງຫົວໜ້າພະແນກ ເພື່ອຂໍອອກໃບອະນຸຍາດ ແລະ ຍົກເລີກ ການດຳເນີນທຸລະກິດ, ການເຄື່ອນໄຫວຕ່າງໆ ທີ່ກ່ຽວພັນກັບວຽກງານຖະແຫຼງຂ່າວສື່ມວນຊົນຢູ່ພາຍໃນແຂວງ ຕາມການແບ່ງຂັ້ນຄຸ້ມຄອງ;
- 3. ກວດກາ, ແນະນໍາການຈັດຕັ້ງປະຕິບັດບັນດານິຕິກໍາກ່ຽວກັບວຽກງານຖະແຫຼງຂ່າວ, ຕໍ່ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນຢູ່ພາຍໃນແຂວງ ຕາມການແບ່ງຂັ້ນຄຸ້ມຄອງ;
- 4. ເຂົ້າຮ່ວມປະຊຸມສະເໜີ ແລະປະກອບຄຳເຫັນຕໍ່ວຽກງານຖະແຫຼງຂ່າວສື່ມວນຊົນ ຕາມພາລະບົດບາດ;
- 5. ຈັດກອງປະຊຸມ, ສໍາມະນາ, ແລກປ່ຽນ ແລະຖອດຖອນບົດຮຽນກ່ຽວກັບວຽກງານຖະແຫຼງຂ່າວສື່ມວນຊົນ ກັບພາກສ່ວນທີ່ກ່ຽວຂ້ອງ, ບຸກຄົນ, ອົງການຈັດຕັ້ງສາກົນຢູ່ພາຍໃນ ແລະຕ່າງປະເທດ ຕາມການຕົກລົງເຫັນດີຈາກຫົວໜ້າພະແນກ;
- 6. ຄົ້ນຄວ້າ, ນໍາສະເໜີການແຕ່ງຕັ້ງ, ໂຍກຍ້າຍ, ຊັບຊ້ອນໜ້າວຽກຂອງພະນັກງານພາຍໃນຂະແໜງຖະແຫຼງຂ່າວ ໃຫ້ຫົວໜ້າພະແນກພິຈາລະນາ ຄົ້ນຄວ້າຕາມຄວາມເໝາະສົມ;
- 7. ສະເໜີເຖິງພະແນກ ພິຈາລະນາຕົກລົງປະຕິບັດນະໂຍບາຍ, ຍ້ອງຍໍ, ສັນລະເສີນບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທີ່ມີຜົນງານ ແລະປະຕິບັດລະບຽບວິໄນຕໍ່ຜູ້ລະເມີດນິຕິກຳກ່ຽວກັບວຽກງານຖະແຫຼງຂ່າວ ກໍຄື ກົດໝາຍສື່ມວນຊົນ;
- 8. ສະເໜີເຖິງພະແນກ ເພື່ອປັບປຸງລະບົບການຈັດຕັ້ງພາຍໃນຂະແໜງ;
- 9. ຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງກອງວິຊາການວິທະຍຸ-ໂທລະພາບ;
- 10. ຕິດຕາມກວດກາໂຄສະນາຂໍ້ມູນຂ່າວສານ ຂອງສື່ມວນຊົນຢູ່ພາຍໃນແຂວງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ;
- 11. ຂຶ້ນແຜນງົບປະມານຄວາມຕ້ອງການດ້ານຕ່າງໆ ເພື່ອຮັບໃຊ້ວຽກງານຖະແຫຼງຂ່າວ ແລະຄຸ້ມຄອງການນໍາໃຊ້ໃຫ້ມີປະສິດທິຜົນ ແລະຖືກຕ້ອງຕາມກົດໝາຍສື່ມວນຊົນ ແລະຖືກຕ້ອງຕາມກົດໝາຍສື່ມວນຊົນ;
- 12. ຕາງໜ້າພະແນກເຊັນສັນຍາ, ອະນຸສັນຍາ ຫຼື ບົດບັນທຶກຮ່ວມມືດ້ານວິຊາການພາຍໃນ ຕາມການຕົກລົງເຫັນດີຂອງຫົວໜ້າພະແນກ;
- 13. ຄຸ້ມຄອງ-ນຳໃຊ້ ຊັບສົມບັດລວມ, ວັດຖຸ-ອຸປະກອນ ແລະງົບປະມານຕາມລະບຽບຫຼັກການທີ່ກຳນົດໄວ້;
- 14. ປະຕິບັດສິດອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ;
ໂຄງປະກອບການຈັດຕັ້ງ
ໂຄງປະກອບດ້ານການຈັດຕັ້ງ ແລະການເຄື່ອນໄຫວຂອງຂະແໜງຖະແຫຼງຂ່າວ ປະກອບມີ 03 ກຸ່ມວຽກ ດັ່ງລຸ່ມນີ້:
- 1. ກຸ່ມວຽກ ສົ່ງເສີມ ແລະພັດທະນາ ສື່ມວນຊົນ
- 2. ກຸ່ມວຽກ ຄຸ້ມຄອງສື່ມວນຊົນ ແລະເຕັກນິກ
- 3. ກຸ່ມວຽກ ຄຸ້ມຄອງຜະລິດຕະພັນສື່ມວນຊົນ