ງານບຸນປະເພນີປີໃໝ່ລາວ ແລະ ງານສະເຫຼີມສະຫຼອງປີທ່ອງທ່ຽວລາວ2024

ໜ້າຫຼັກ / ງານບຸນປະເພນີປີໃໝ່ລາວ ແລະ ງານສະເຫຼີມສະຫຼອງປີທ່ອງທ່ຽວລາວ2024

ບຸນກຸດສົງການປີໃໝ່ລາວ ພສ 2567 ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ ຄສ 2024

(ໃນລະຫວ່າງ ວັນທີ 10-20 ເມສາ 2024)

ແຂວງຫຼວງພະບາງ

"

ວັນທີ 10-16 ເມສາ 2024 ງານວາງສະແດງສິນຄ້າ

--------------------------------------------------------------------

     ໃນວັນທີ 10 ເມສາ 2024 ນີ້ ທີ່ເດີນທາດຫຼວງ ນະຄອນຫຼວງພະບາງ ໄດ້ມີພິທີເປີດງານວາງສະແດງສິນຄ້າເພື່ອສະເຫຼີມສະຫຼອງບຸນກຸດສົງການປີໃໝ່ລາວ ພສ 2567 ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ ທີ່ຫຼວງພະບາງ 2024 ຂຶ້ນ, ໂດຍການເຂົ້າຮ່ວມເປີດງານຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ, ປະທານຈັດງານສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ທີ່ ແຂວງ ຫຼວງພະບາງ, ມີຮອງເຈົ້າແຂວງ, ເຈົ້ານະຄອນ, ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ, ພະແນກອຸດສາຫະກຳ ແລະການຄ້າ, ການນຳພັກ-ລັດ, ຫົວໜ່ວຍທຸລະກິດຈາກ 11 ເມືອງ 1 ນະຄອນເຂົ້າຮ່ວມ.
     ທ່ານ ຊົມຊື່ນ ໄຊເກີຢາຈົງຕົວ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງໄດ້ລາຍງານວ່າ: ການຈັດງານວາງສະແດງສິນຄ້າ ຄັ້ງນີ້ ແມ່ນເລີ່ມແຕ່ວັນທີ 10 ຫາ 16 ເມສາ 2024 ທີ່ເດີ່ນທາດຫຼວງ ນະຄອນຫຼວງພະບາງ ຢູ່ໂຊ່ນເບື້ອງເໜືອ ມີພາກທຸລະກິດ ແລະພາກລັດເຂົ້າຮ່ວມທັງໝົດ 60 ຫ້ອງ ມີ 238 ລາຍການສິນຄ້າ.
      ໃນນັ້ນ, ມີສິນຄ້າໂອດອບ, ເຈ້ຍສາ, ນ້ຳເຜີ້ງທຳມຊາດ, ໄຄແຜ່ນ, ຜັກອິນຊີ, ໄຂ່ໄກ່, ພັກທຽມ, ເບ້ຍໄມ້ໃຫ້ໝາກ, ແກ່ນຫຍ້າລູຊີ, ແກ່ນຫຍ້າກີນີ, ກ້ອນອາຫານສັດໃຫຍ່, ຜະລິດຕະພັນໝາກນ້ຳມັນເຄືອ, ສາດສານດ້ວຍໄມ້ຊອດ, ນ້ຳມັນງາດຳ, ຊາຂີງ, ຊາແຈ, ກາເຟ, ຍານຂາວ, ຫັດຖະກຳແຜ່ນແພ ( ຊຸດຊົນເຜົ່າກຶມມຸ, ພຸນ້ອຍ, ລື້ ), ເຄຶ່ອງດື່ມ( ນ້ຳດື່ມມີນີໂຣ ), ຜະລິດຕະພັນຊີມັງຄອນ, ຜະລິດຕະພັນກະເບື້ອງ, ເຄື່ອງປັ້ນດິນເຜົາ, ທູບ, ເຫຼົ້າ ( ເຫຼົ້າຂາວ, ເຫຼົ້າຖ້ຳລາ,ຫວາຍໝາກມອນ ), ເຂົ້າຂຽບແປຮູບຫົວກະລົດສົດ, ໄມ້ຍູ້ກວດ, ຈັກສານ , ຜະລິດຕະພັນ ຂອງຊີພີ, ແຈ່ວບອງ, ໜັງຍຳ, ກະເປົາແບບລາຍມົ້ງ, ເຂົ້າໜົມພື້ນເມືອງຫຼວງພະບາງ, ການບໍລິການ ແລະ ສິນຄ້າອື່ນຈຳນວນໜຶ່ງ.

"

ວັນທີ 10-11 ເມສາ 2024 ງານປະກວດນາງສັງຂານ

--------------------------------------------------------------------

     ງານປະກວດນາງສັງຂານ ຫຼວງພະບາງ ເພື່ອຄັດເລືອກເອົາ ຕົວແທນຂອງລູກສາວພະຍາກະບິນລະພົມ (ທີ່ຈະໄດ້ຂີ່ນົກຍຸງ) ປະກອບເຂົ້າໃນຂະບວນແຫ່ວໍ່ ໃນງານບຸນປີໃໝ່ລາວ 2024,ເຊິ່ງງານດັ່ງກ່າວໄດ້ຈັດຂຶ້ນ ໃນຄໍ່າຄືນຂອງວັນທີ 10 ເມສາ ນີ້ ເປັນມື້ທໍາອິດໂດຍມີ 30 ນາງສາວທີ່ຜ່ານເຂົ້າຮອບຄັດເລືອກ ,ເຊິ່ງໃນມື້ນີ້ແມ່ນ ໄດ້ຂຶ້ນເວທີປະຊັນຄວາມງາມ 2 ຮອບ ໃນຊຸດຝ້າຍພື້ນເມືອງລາວ ແລະຊຸດໄໝລາວປະຍຸກ ພ້ອມທັງຟ້ອນລໍາວົງ ໂດຍຜ່ານສາຍຕາຄະນະກໍາມະການ ເພື່ອໃຫ້ຄະແນນເປັນແຕ່ລະຮອບ,ນອກຈາກນີ້ ເທິງເວທີ ກໍໄດ້ມີການສະຫຼັບດ້ວຍການສະແດງ ໃນບົດຟ້ອນມົນສະເໜ່ປະເພນີລາວຂອງໜຸ່ມສາວ ຟ້ອນອວຍພອນປີໃໝ່ ແລະການແສະແດງ ມະຫັດສະຈັນ ຟ້ອນສາມັກຄີ ຈາກນັກຮຽນມັດທະຍົມ ປະຊາທິປະໄຕ,ການສະແດງວັດທະນະທໍາຂອງຊົນເຜົ່າມົ້ງ ແລະການສະແດງຫັດຖະກໍາຈັກສານ ຈາກນັກຮຽນ ມັດທະຍົມ ພັນຫຼວງ,ເວທີດັ່ງກ່າວນີ້ ກໍໄດ້ຈັດພິທີ ມອບເງິນ ແລະອຸປະກອນ ພ້ອມທັງ ມອບໃບຍ້ອງຍໍ ເພື່ອຂອບໃຈ ແລະຮູ້ບຸນຄຸນຈາກ ຜູ້ປະກອບການທັງພາກລັດ ແລະເອກະຊົນ ທີ່ໄດ້ຮ່ວມຊຸກຍູ້ງານປະກວດນາງສັງຂານ ແລະງານບຸນປີໃໝ່ລາວ ຄັ້ງນີ້ອີກດ້ວຍ.

     ນາງສັງຂານປະຈຳປີ 2024 ທີ່ນະຄອນຫຼວງພະບາງ ນັ້ນກໍຄືສາວງາມເບີ 3 ນາງ ອາລິຍາ ອິນທະສອນ, ອາຍຸ 17 ປີ ນ້ຳຫນັກ 50 ກິໂລກຣາມ, ສ່ວນສູງ 160 ຊັງຕີແມັດ ຈາກໂຮງຮຽນ ມສ ສັນຕິພາບ ນ້ອງສາມາດຊະນະໃຈກຳມະການ ແລະເປັນຜູ້ຄວ້າຕຳແໜ່ງນາງສັງຂານ​ ນະຄອນ​ ຫລວງພະບາງ​ ປະຈຳປີ ຈສ 1386, ພສ 2567 ຫຼື ຄສ 2024​ ໄປຄອງ. ນ້ອງຄືຕົວແທນລູກສາວກະບິນລະພຣົມ ທີ່ຊົງພຣະນາມວ່າ "ນາງມະໂຫທອນ" ໂດຍມີ ມະຍຸຣະປັກສີ (ນົກຍຸງ) ເປັນພາຫານະ.

"

ວັນທີ 12 ເມສາ 2024 ຂະບວນແຫ່ຊ້າງຮຽງເກີຍ 

--------------------------------------------------------------------

     ຂະບວນແຫ່ຊ້າງຮຽງເກີຍເປັນກິດຈະກຳໜຶ່ງ ທີ່ຊາວນະຄອນຫຼວງພະບາງ ເມືອງມໍລະດົກໂລກ ຈັດຂຶ້ນເປັນປະຈຳທຸກປີ ກ່ອນໜ້າບຸນປີໃໝ່ລາວ ເຊິ່ງປີນີ້ໄດ້ຈັດຂຶ້ນໃນວັນທີ 12 ເມສາ 2024. ຂະບວນແຫ່ໄດ້ເລີ່ມຕົ້ນຈາກເດີ່ນທາດຫຼວງມາຮຽງເກີຍຢູ່ວັດໃໝ່ສຸວັນນະພູມມາລາມ, ຈາກນັ້ນ ໄດ້ແຫ່ໄປຮຽງເກີຍຢູ່ວັດຊຽງທອງ ພ້ອມທັງຈັດພິທີບາສີຊ້າງຢູ່ເກີຍຕາມຮີດຄອງປະເພນີ, ສະເພາະປີນີ້ ມີຊ້າງເຂົ້າຮ່ວມຂະບວນແຫ່ມີທັງໝົດ 4 ເຊືອກ ເຊິ່ງນໍາໜ້າໂດຍ ນາງພະຍາຊ້າງເຜືອກ ຄຳແກ້ວ ມີ່ງເມືອງລາວ.

     ທ່ານ ບຸນທັນ ແກ້ວມະນີຈັນ ຮອງປະທານແນວລາວສ້າງຊາດ ນະຄອນ ຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ການແຫ່ຊ້າງຮຽງເກີຍ ແມ່ນເປັນປະເພນີອັນດີງາມທີ່ຊາວຫຼວງພະບາງ ໄດ້ພ້ອມກັນສືບທອດມາແຕ່ດຶກດຳບັນ ເພາະ “ຊ້າງ“ ເປັນສັດໃຫຍ່ຄູ່ບ້ານຄູ່ເມືອງລາວ, ໃນປາງສົງຄາມ ຄົນສ່ວນໃຫຍ່ໄດ້ນໍາໃຊ້ຊ້າງເປັນພາຫະນະສູ້ຮົບ ຄຳວ່າ: “ຮຽງ“ ໝາຍເຖິງທຽບ, ຕິດ, ແປະຍັບເຂົ້າໃສ່ກັນ ແລະ ຄຳວ່າ “ເກີຍ“ ແມ່ນຄຳສັບທີໄດ້ມາຈາກພາສາກືມມຸ ທີໝາຍເຖິງ ລະບຽງ, ເຊຍ ຫຼື ຊານ ຂອງເຮືອນທີຍົກໃຫ້ສູງຂຶ້ນ. ພໍເຖີງໄລຍະບຸນປີໃໝ່ລາວ ເພີ່ນຈະນຳເອົາຊ້າງມາສັ່ງສອນຢູ່ກັບເກີຍ ເພື່ອໃຫ້ຊ້າງຮູ້ຄວາມ ແລະເຊື່ອຟັງຄວາມຂອງເຈົ້ານາຍ ບໍ່ໃຫ້ຫຼົງໄຫຼກັບຄຳເວົ້າຂອງຄົນອື່ນ ອີກດ້ານໜຶ່ງແມ່ນເພື່ອສະແດງຄວາມຮູ້ບຸນຄຸນແກ່ຊ້າງ.

    ການຈັດພິທີຄັ້ງນີ້ ເປັນການປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳ ອັນດີງາມຂອງຊາວຫຼວງພະບາງ ແລະ ເປັນກິດຈະກຳໜື່ງໃນການສະເຫຼີມສະຫຼອງບຸນກຸດສົງການປີໃໝ່ລາວ ປະຈຳ ພສ 2567 ແລະສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ທັງເປັນການສົ່ງເສີມການທ່ອງທ່ຽວ ແນໃສ່ດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມຫຼວງພະບາງນັບມື້ນັບຫຼາຍຂຶ້ນ

"

ວັນທີ 13 ເມສາ 2024 ງານໂລະລາດ ແລະ ຕົບພະທາດຊາຍດອນຊາຍມຸງຄຸນ

--------------------------------------------------------------------

ງານໂລະລາດ

     ໂລະລາດຫຼວງພະບາງປີນີ້ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ
ຕອນເຊົ້າ ວັນທີ 13 ເມສາ 2024 ນີ້, ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ຈັດງານລົງຕະຫຼາດນັດແບບມວນຊົນ ຫຼື ໂລະລາດ ເນື່ອງໃນໂອກາດບຸນປີໃໝ່ລາວ ປະຈຳປີ ພສ 2567 ຄສ 2024 ປີນີ້ໂດຍການເຂົ້າຮ່ວມຂອງ ທ່ານ ຈັນສີ ໂພສີຄໍາ ອະດິດກໍາມະການກົມການເມືອງສູນກາງພັກ,ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ,ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.

     ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂື້ນເປັນປະຈຳທຸກໆປີ ໃນມື້ສັງຂານລ່ວງ ຢູ່ຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ ຫາ 3 ແຍກພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໂດຍມີບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າ ແລະຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງກິນດື່ມ ແລະໝາກໄມ້ຊະນິດຕ່າງໆ ນຳມາວາງຂາຍຢ່າງຂັບຄາໜາແໜ້ນ.

     ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ງານໂລະລາດ ເປັນປະເພນີໜື່ງ ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ພ້ອມກັນອານຸຮັກປົກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະເພາະຂອງຕົນທີ່ໄດ້ສືບທອດກັນມາເຫິງນານ ໃນປີນີ້ ອົງການປົກຄອງນະຄອນຫຼວງພະບາງ ໄດ້ປຸກລະດົມໃຫ້ປະຊາຊົນນຳເອົາສີນຄ້າມາວາງຂາຍໃຫ້ຫຼາຍ ທັງໄດ້ມີການຄຸ້ມຄອງ ແລະຈັດສັນໃຫ້ເປັນລະບຽບຮຽບຮ້ອຍ.
ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ທີ່ຫຼວງພະບາງ ນອກຈາກຈັດຂຶ້ນໃນບຸນປີໃໝ່ລາວແລ້ວ ຍັງໄດ້ຈັດອີກຕື່ມໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ຂອງທຸກໆປີນຳອີກ.

ຕົບພະທາດຊາຍດອນຊາຍມຸງຄຸນ

     ວັນທີ 13 ເມສາ ນີ້ ເປັນມື້ສັງຂານລ່ວງ, ພາຍຫຼັງສຳເລັດການໂລະລາດແບບມວນຊົນແລ້ວ, ຕອນບ່າຍຂອງວັນດຽວກັນ ໄດ້ມີການລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ໂດຍເລີ່ມຈາກການບາສີການນຳຂອງສູນກາງ-ແຂວງ, ເມືອງ-ນະຄອນ ແລະ ຕົບພະທາດຊາຍ ເພື່ອເປັນສິລິມຸງຄຸນໃຫ້ແກ່ຊີວິດ, ທ່ານ ສີສຸວັນ ໄດ້ເລົ່າຄວາມເປັນມາ ແລະຄວາມໝາຍຂອງການຕົບພະທາດຊາຍນີ້ວ່າ: ການຕົບພະທາດຊາຍ ມີນິທານກ່າວມາຫຼາຍເຊັ່ນຄົນສືບທອດກັນມາວ່າ ທ້າວ ຈັນທະພານິດ ທີ່ເປັນພໍ່ຄ້າພູຄ້ຽວໝາກ ໄດ້ທໍເຮືອມາພັກຢູ່ດອນຊາຍແຫ່ງໜຶ່ງ ແລ້ວພົບເຫັນເມັດຊາຍທີ່ຂາວສະອາດ, ລາວຈຶ່ງໄດ້ໂກບເອົາເມັດຊາຍຂຶ້ນເປັນກອງ ພ້ອມທັງໄດ້ອະທິຖານຂໍພອນຈາກສິ່ງສັກສິດ ພໍຮອດຕອນ ເຊົ້າ ກອງຊາຍດັ່ງກ່າວໄດ້ກາຍເປັນກອງຄຳຢ່າງໜ້າອັດສະຈັນ ຈາກນັ້ນ ຈຶ່ງໄດ້ປ່າວໃຫ້ຜູ້ຄົນມາເກັບເອົາຄຳ ເພື່ອໄປສ້າງສາພັດທະນາບ້ານເມືອງ ແລະເອີ້ນດອນຊາຍດັ່ງກ່າວຕໍ່ໆກັນມາວ່າ ດອນຊາຍມຸງຄຸນ.

     ເຂົ້າຮ່ວມພິທີຕົບພະທາດຊາຍ ໃນປີນີ້ມີ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ, ພ້ອມດ້ວຍຄະນະນຳນະຄອນ-ຫຼວງພະບາງ ເມືອງຈອມເພັດ, ຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງ-ຫ້ອງການອ້ອມຂ້າງ ຕະຫຼອດຮອດມວນຊົນຊາວຫຼວງພະບາງ, ຊາວເມືອງຈອມເພັດ, ແຂກທັງພາຍໃນ ແລະຕ່າງປະເທດ ຢ່າງຫຼວງຫຼາຍ. ເຊີ່ງພາຍໃນງານໄດ້ມີການບາສີຜູ້ເຂົ້າຮ່ວມ, ບວດພະທາດຊາຍ ແລະ ແຂ່ງຂັນກິລາພື້ນເມືອງ ຕື່ມອີກ.

ພາບຖ່າຍວິດິໂອ >>>

"

ວັນທີ 14 ເມສາ 2024 

--------------------------------------------------------------------

ງານບຸນປະເພນີ ເຜົ່າໄຕລື່ ບ້ານຜານົມ

     ວັນທີ 14 ເມສາ 2024 ຊາວບ້ານຜານົມ ນະຄອນ ຫຼວງພະບາງ ໄດ້ຈັດງານບຸນປະເພນີ ປ່ອຍນໍ້າເດືອນຫົກຕົກນໍ້າປີໃຫມ່ ຂອງເຜົ່າລື້ ເຊິ່ງໃນປີນີ້ ໃຫ້ກຽດຕັດແຖບຜ້າ ແລະລັ່ນຄ້ອງ 9 ບາດ ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວ,ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ,ມີເຈົ້ານະຄອນ ຫຼວງພະບາງ ພ້ອມດ້ວຍຄະນະນໍາຈາກສູນກາງ,ແຂວງ,ເມືອງ ແລະປະຊາຊົນພາຍໃນບ້ານ ຕະຫຼອດຮອດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

     ກ່ອນຈະມີການເປີດງານດັ່ງກ່າວ ກໍໄດ້ຊົມການສະແດງ ສິລະປະວັດນະຄະດີ ຂອງເຜົ່າໄຕລື້ ໂດຍສະເພາະແມ່ນການຟ້ອນ,ການຂັບລໍາ ຕະຫຼອດຮອດການຸ່ງຖື ສໍານຽງການປາກເວົ້າ ທີ່ສະແດງເຖິງ ເອກະລັກຂອງເຜົ່າ,ນອກນີ້ ບັນດາການນໍາ ທີ່ເຂົ້າຮ່ວມ ຍັງໄດ້ເດີນຊົມບູດຕ່າງໆ ແລະຍັງໄດ້ໃຫ້ການສະໜັບສະໜູນ ສິນຄ້າ ຢູ່ໃນງານອີກດ້ວຍ.

     ທ່ານ ນາງ ສຸກສາຄອນ ດາວົງ ນາຍບ້ານ ຜານົມ ໄດ້ໃຫ້ຮູ້ວ່າ ໄຕລື້ ແມ່ນເຜົ່າຫນຶ່ງ ຂອງວົງຄະນະນາຍາດແຫ່ງຊາດລາວ, ເຊິ່ງມີຖິ່ນຖານຕົ້ນກໍາເນີດຢູ່ສິບສອງປັນນາປະເທດຈີນ ແລະ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ຫຼາຍແຫ່ງທາງພາກເຫນືອຂອງປະເທດລາວ, ໂດຍສະເພາະເຜົ່າໄຕລື້ບ້ານ ຜານົມ ໄດ້ເຄື່ອນຍ້າຍຈາກດິນແດນພາກໃຕ້ຂອງສິບສອງປັນນາເຂົ້າມາຢູ່ນໍ້າແດນດິນເມືອງຫຼວງພະບາງໃນປີ 1876 ໃນສະໄຫມຂອງພະເຈົ້າ ມັນທາຕຸລາດ ເປັນເຈົ້າແຜ່ນດິນ (ອານາຈັກລາວລ້ານຊ້າງຫຼວງພະບາງ) ,ເບື້ອງຕົ້ນການຕັ້ງບ້ານນີ້ຍັງບໍ່ມີຊື້ຮ້ອງເທື່ອແຕ່ສັງເກດເຫັນວ່າຢູ່ບ້ານ ທ່ານໍ້າມີຜີຜາຫີນຄືກັບອຸ້ຍ (ເຕົ້ານົມຂອງແມ່ຍິງ) ຕັ້ງຢູ່ນັ້ນຈິ່ງພ້ອມກັນຄິດໃສ່ຊື່ບ້ານວ່າ ‘’ ບ້ານຜານົມ ‘’ ສືບທອດກັນມາເທົ້າທຸກວັນນີ້.

     ເຜົ່າໄຕລື້ກໍມີ ຮີດ-ຄອງ ປະເພນີຄືກັບປະຊາຊົນເຜົ່າອື່ນໆໃນປະເທດລາວ, ສໍາລັບຄວາມໝາຍຂອງບຸນປະເພນີ ‘’ປ່ອຍນໍ້າເດືອນຫົກຕົກນໍ້າປີໃຫມ່ນັ້ນວ່າ: ວັນປີໃຫມ່ມາຮອດແລ້ວມັນເປັນຈຸດເລີ່ມຕົ້ນເຂົ້າສູ່ລະດູທໍາການຜະລິດເປັນຕົ້ນແມ່ນການປູກຝັງ ແລະ ລ້ຽງສັດເພື່ອສ້າງເສດຖະກິດຄອບຄົວໃຫ້ອຸດົມສົມບູນ, ຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ ແລະ ກ່ອນປ່ອຍນ້ໍາເດືອນຫົກ ( ກ່ອນຈະປັກດໍາເຂົ້ານາໃນເດືອນຫົກ) ຕ້ອງແມ່ນຫລິ້ນບຸນປີໃຫມ່ສາກ່ອນ.

     ສໍາລັບ ບ້ານ ຜານົມມີປະຊາກອນ 1.440 ກວ່າຄົນ, ຍິງ 749 ຄົນ, ປະກອບມີ 280 ກວ່າຄອບຄົວ, ຊາວບ້ານໆຜານົມເປັນຄົນມີມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການທໍາມາຫາກິນນອກຈາກມີອາຊີບເປັນຊາວກະສິກອນແລ້ວຍັງເປັນຊ່າງສີມືທີ່ດີເລີດໃນການຕໍ່າຫູກ-ທໍໄຫມ ຊຶ່ງມີຊືສຽງມາແຕ່ຮຸ່ນ ປູ່, ຍ່າ-ຕາຍາຍ ສືບມາເຖິງຈົນຮອດປັດຈຸບັນນີ້.

ຂະບວນແຮ່ຫວໍ່

 ບັນຍາກາດການແຫ່ຫວໍ່​ລ່ອງຈາກ ວັດທາດນ້ອຍ ຫາ ວັດຊຽງທອງ ຢູ່ນະຄອນຫລວງພະບາງ

ພາບຖ່າຍວິດິໂອ ເປີດງານ >>>

ພາບຖ່າຍວິດິໂອ ຂະບວນແຫ່ນາງສັງຂານ >>>


"

ວັນທີ 15 ເມສາ 2024 

--------------------------------------------------------------------

ເປັນມື້ເນົາ ຖ່ຽວຫຼິ້ນຕາມຕົວເມືອງ

"

ວັນທີ 16 ເມສາ 2024 

--------------------------------------------------------------------

ບັນຍາກາດການແຫ່ຫວໍ່​ລ່ອງຈາກວັດຊຽງທອງຫາວັດທາດນ້ອຍ​ມື້ສັງຂານຂຶ້ນ​ ວັນທີ​ 16​ ເມສາ​ 2024 ຢູ່ນະຄອນຫລວງພະບາງ

"

ວັນທີ 17-20 ເມສາ 2024 

--------------------------------------------------------------------

ວັນທີ 17 ເມສາ 2024 ຊາວຫຼວງພະບາງອັງເຊີນພຣະບາງພຸດທາຣາວັນ ລົງຫົດສົງໃນໂອກາດປີໃໝ່ລາວ

     ຕອນເຊົ້າ ວັນທີ 17 ເມສານີ້ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນ ຊາວນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດຕັ້ງພິທີ ອາລາດຖະນາອົງພຣະບາງພຸດທະຣາວັນ, ອົງພຣະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ ມາປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາຊະນິກະຊົນ ໄດ້ຫົດສົງ ໂອກາດບຸນຕຸດສົງການປີໃໝ່ລາວ. ພິທີອາຣາດຖະນາ ເລີ່ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພະເຖລານຸເຖລະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພຣະບາງ ເຄື່ອນຍ້າຍຈາກຫໍພຣະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ປະຊາຊົນ ແຂກພາຍໃນ ແລະຕ່າງປະເທດ ໄດ້ຫົດສົງ​ ເປັນເວລາ​ 3ວັນ.​
     ພິທີອັງເຊີນພຣະບາງ ໄດ້ຈັດໃຫ້ມີຂະບວນແຫ່ ເຄື່ອນຈາກຫໍພຣະບາງ ໃນຫໍພິພິທະພັນແຫ່ງຊາດຫຼວງພະບາງ ສູ່ວັດໃໝ່ສຸວັນນະພູມມາລາມ, ເລີ່ມຕົ້ນດ້ວຍ ຂະບວນທຸງຊາດ-ທຸງສາສະໜາ, ຂະບວນເສບດົນຕີພື້ນເມືອງ, ຂະບວນພາມມະນາຈານ, ຂະບວນເປົ່າແຄນ-ຫອຍສັງ, ຂະບວນພະເຖຣະ 9 ອົງ, ຂະບວນກອງຄຸມ-ທຽນອາດ, ບຸດສະບົກ ຫຼື ຣາດສະລົດພະບາງ, ຂະບວນສຳມະເນນ-ພະສົງ, ຂະບວນການນຳຂັ້ນແຂວງ, ນະຄອນ-ເມືອງ ເຊີ່ງນຳພາໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະຂະບວນມວນຊົນທົ່ວໄປ. ແຕ່ລະຂະບວນແມ່ນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທີ່ໄດ້ເຂົ້າຮ່ວມງານ ເປັນຢ່າງດີ, ທຸກຄົນຕ່າງກໍ່ມີຄວາມເບີກບານມ່ວນຊື່ນ ມີໃບໜ້າທີ່ຍີ້ມແຍ້ມ ແຈ່ມໃສ. ພໍຮອດວັດໃໝ່ສຸວັນນະພູມມາລາມ ໄດ້ອັງເຊີນອົງພະບາງປະທັບໃນຫໍສົງ ຈາກນັ້ນ ພະເຖລະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳຄາລະວະແດ່ອົງພຣະບາງ ແລະຊາວພຸດທະສາຊະນິກະຊົນ ໄດ້ຟັງທໍາມະເທດສະໜາແລ້ວ ຈີ່ງໄດ້ດຳເນີນການຫົດສົງອົງພະບາງ ຢ່າງເປັນທາງການ,

ວັນທີ 20 ເມສາ 2024 ຊາວຫຼວງພະບາງອັງເຊີນພຣະບາງພຸດທາຣາວັນ ກັບຄືນປະດິດສະຖານທີ່ຫໍພະບາງ

     ການຫົດສົງອົງພະບາງພຸດທະຣາວັນ ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບ ນົບໄຫວ້ຂອງປວງຊົນລາວທັງຊາດ ໃນໂອກາດບຸນຕຸດສົງການປີໃໝ່ລາວ ພສ 2566 ໄດ້ສໍາເລັດລົງຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 20 ເມສານີ້ ພາຍຫຼັງທີ່ໄດ້ອັງເຊີນຈາກຫໍພະບາງ ໃນຫໍພິພິທະພັນແຫ່ງຊາດຫຼວງພະບາງ ມາຫົດສົງຢູ່ວັດໃໝ່ ສຸວັນນະພູມມາຣາມແຕ່ວັນທີ່ 17 ຜ່ານມາ. ພິທີອາລາດຖະນາອັງເຊີນອົງພະບາງ ກັບຄືນປະທັບທີ່ຫໍພະບາງຕາມເດີມ ເລີ້ມຕົ້ນດ້ວຍການທຳພິທີທາງສາສະໜາ ໂດຍພະເຖລາ ນຸເຖຣະ ນຳພາອອກຕົນຍາດໂຍມ ຊາວພຸດທະສາຊະນິກະຊົນທີ່ເຂົ້າຮ່ວມ ກ່າວຄຳອາລາດຖະນາອົງພະບາງ ກັບຄືນສູ່ຫໍພະບາງ. ຈາກນັ້ນ ໄດ້ອັງເຊີນອົງພະບາງຂື້ນປະທັບໃນຫວໍ່ເທີງລາດສະລົດ ຫຼື ບຸດສະບົກ ແລ້ວໄດ້ມີຂະບວນແຫ່ ຈາກວັດໃໝ່ສຸວັນນະພູມມາລາມ ສູ່ຫໍພະບາງໃນຫໍພິພິທະພັນແຫ່ງຊາດຫຼວງພະບາງ ເລີ້ມຕົ້ນດ້ວຍຂະບວນທຸງຊາດ, ທຸງສາສະໜາ, ຂະບວນເສບດົນຕີພື້ນເມືອງ, ຂະບວນພາມມະນາຈານ, ຂະບວນເປົ່າຫອຍສັງ-ເປົ່າແຄນ-ຕີຄ້ອງ, ຂະບວນພະເຖຣະ 9 ອົງ, ຂະບວນກອງຄຸມ-ທຽນອາດ-ຣາດສະລົດພະບາງ,

     ຂະບວນພະເຖຣານະເຖຣະ, ການນຳ ນຳໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍ ຂະບວນມວນຊົນທົ່ວໄປ. ແຕ່ລະຂະບວນແມ່ນ ມີເອກະລັກແບບດັ່ງເດີມ ຮັກສາໄດ້ມູນເຊື້ອ ທາງດ້ານວັດທະນະທຳອັນດີງາມຂອງຊາວນະຄອນ-ຫຼວງງພະບາງ ທີ່ເຄີຍປະຕິບັດກັນມາຫຼາຍເຊັ່ນຄົນ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ທີ່ໄດ້ເຂົ້າຮ່ວມງານເປັນຢ່າງດີ, ທຸກຄົນ ຕ່າງກໍ່ມີຄວາມເບີກບານມ່ວນຊື່ນ ແລະມີໃບໜ້າທີ່ຍີ້ມແຍ້ມແຈ່ມໃສ.

     ເມື່ອເຖີງຫໍພຣະບາງ ໄດ້ອັງເຊີນອົງພຣະບາງຂື້ນແທ່ນປະທັບໃນຫໍ ແລະກ່າວຄຳຄາລະວະອົງພະບາງ ຈື່ງຈົບພິທີ. ສຳລັບກິດຈະກຳການຫົດສົງອົງພະບາງພຸດທະຣາວັນ ແມ່ນກິດຈະກຳສຸດທ້າຍ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ ນະຄອນ-ຫຼວງຫຼວງພະບາງ, ແຕ່ຈະມີການສືບຕໍ່ອັງເຊີນພະພຸດທະຮູບລົງຫົດສົງຢູ່ແຕ່ລະວັດ, ທັງຈະມີການສືບຕໍ່ການບາສີຢູ່ສຳນັກງານ-ອົງການ, ບ້ານ, ຄອບຄົວ ໄປອີກໄລຍະໜື່ງຕື່ມອີກ.

     ນອກຈາກນີ້ ຈະມີພິທີອັງເຊີນພຣະເຈົ້າມ່ານ ອົງພຣະທີ່ສັກສິດອີກ 1 ອົງ ລົງຫົດສົງຢູ່ວັດຊຽງທອງ ໂດຍມີລາຍການຄື: ວັນທີ 22 ເມສາ ເວລາ 8 ໂມງ ເຕົ້າໂຮມພຣະສົງສາມະເນນ ແລະອອກຕົນຍາດໂຍມ ເວລາ 9 ໂມງ ເລິ່ມພິທີອັງເຊີນພຣະເຈົ້າໝ່ານ ອອກຈາກຫໍພຣະໝ່ານ ແລະເຄື່ອນຂະບວນໄປສູ່ຫໍສົງ. ວັນທີ 22-28 ເມສາ 2024 ຕ້ອນຮັບຍາດໂຍມ ເຂົ້າຮ່ວມຫົດສົງພຣະເຈົ້າໝ່ານ, ວັນທີ 28 ເມສາ 2024 ເວລາ 8 ໂມງ ເລິ່ມພິທີອະຣາດທະນາພຣະເຈົົ້າໜ່ານ ຂຶ້ນປະດິດສະຖານສູ່ຫໍດັ່ງເດີມ.

>>> ຂໍ້ມູນຈາກ ຂ່າວສານຫຼວງພະບາງ ​(LUANG PRABANG NEWS)