ໜ້າຫຼັກ
ສື່ມວນຊົນ ຫຼວງພະບາງ
ຂ່າວສານຫຼວງພະບາງ
ໂທລະພາບ
ວິທະຍຸ
ພະແນກ
ຄະນະນໍາພະແນກ
ໂຄງປະກອບການຈັດຕັ້ງ
ພາລະບົດບາດ
ປະຫວັດຄວາມເປັນມາ
ອົງການຈັດຕັ້ງມະຫາຊົນ
ການຮ່ວມມື
ແຜນຍຸດທະສາດ
ຂະແໜງການ-ກອງວິຊາການ
ຂະແໜງບໍລິຫານ
ຂະແໜງຖະແຫຼງຂ່າວ
ຂະແໜງວັດທະນະທໍາ
ຂະແໜງພັດທະນາການທ່ອງທ່ຽວ
ຂະແໜງຄຸ້ມຄອງທຸລະກິດການທ່ອງທ່ຽວ
ຂະແໜງໂຄສະນາການທ່ອງທ່ຽວ
ຂະແໜງຄຸ້ມຄອງມໍຣະດົກໂລກ
ກອງວິຊາການ ວິທະຍຸ-ໂທລະພາບ
ຫໍພິພິທະພັນ ແຫ່ງຊາດຫຼວງພະບາງ
ກອງສິລະປະກອນແຂວງ
ການທ່ອງທ່ຽວ
ແຫຼ່ງທ່ອງທ່ຽວ
ຂໍ້ມູນທົ່ວໄປ
ການດໍາເນີນທຸລະກິດຂະແໜງ ຖວທ
ຄວາມຮູ້ທົ່ວໄປກ່ຽວກັບວຽກງານ ຖວທ
ວິດິໂອ
ເຊື່ອມໂຍງເວັບໄຊ
ປີທ່ອງທ່ຽວລາວ 2024
ງານສັບປະດາວັດທະນະທໍາ-ທ່ອງທ່ຽວ ລາວ-ຫວຽດ 2023
ງານບຸນປະເພນີໄຫຼເຮືອໄຟ 2023
ງານຖະແຫຼງຂ່າວປີທ່ອງທ່ຽວລາວ 2024
ງານບຸນປະເພນີປີໃໝ່ລາວ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024
ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024
ຕິດຕໍ່ພວກເຮົາ
ຄົ້ນຫາ
ຂະແໜງຄຸ້ມຄອງທຸລະກິດການທ່ອງທ່ຽວ
ໜ້າຫຼັກ
/ ຂະແໜງຄຸ້ມຄອງທຸລະກິດການທ່ອງທ່ຽວ
ທີ່ຕັ້ງ ແລະ ພາລະບົດບາດ
ຂອງຂະແໜງພັດທະນາການທ່ອງທ່ຽວ
ຂະແຫນງຄຸ້ມຄອງທຸລະກິດການທ່ອງທ່ຽວ ແມ່ນໂຄງປະກອບການຈັດຕັ້ງຫນຶ່ງຂອງພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ດ້ານວິຊາການແມ່ນຂຶ້ນກັບການຊີ້ນໍາ ແລະ ກວດກາ ຂອງກົມຄຸ້ມຄອງທຸລະ ກິດການທ່ອງທ່ຽວ ຂຽນເປັນຕົວອັກສອນຫຍໍ້
ຂຄທທ
ຂຽນເປັນຕົວພາສາອັງກິດ “
Tourism Business Management Division
" ຂຽນເປັນອັກສອນຫຍໍ້ “
TBMD
” ມີພາລະບົດບາດເປັນເສນາທິການໃຫ້ແກ່ ຫົວຫນ້າ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນການຄຸ້ມຄອງຫົວຫນ່ວຍທຸລະກິດການທ່ອງ ທ່ຽວ ພາຍໃນແຂວງຫຼວງພະບາງ ຕາມການແບ່ງຂັ້ນຄຸ້ມຄອງ.
ຂອບເຂດສິດ
1.
ຄົ້ນຄວ້າຮ່າງເອກະສານແຈ້ງການ, ຫນັງສືສະເຫນີ ແລະ ເອກະສານຢັ້ງຢືນຕ່າງໆ ເພື່ອນໍາສະເຫນີຂັ້ນເທິງພິຈາ
ລະນາ;
2. ຄົ້ນຄວ້າເອກະສານຂໍອອກໃບອະນຸຍາດ, ຍົກເລີກການເຄື່ອນໄຫວວຽກງານຄຸ້ມຄອງທຸລະກິດການທ່ອງ ທ່ຽວຕໍ່ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ຢູ່ພາຍໃນແຂວງ ຕາມການແບ່ງຂັ້ນຄຸ້ມຄອງ ເພື່ອນໍາສະເຫນີຂັ້ນ ເທິງພິຈາລະນາ;
3. ກວດກາ, ແນະນໍາການຈັດຕັ້ງປະຕິບັດບັນດານິຕິກໍາກ່ຽວກັບວຽກງານຄູ້ມຄອງທຸລະກິດການທ່ອງທ່ຽວໃຫ້ ແກ່ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ຢູ່ພາຍໃນແຂວງ ຕາມການແບ່ງຂັ້ນຄຸ້ມຄອງ;
4. ເຂົ້າຮ່ວມປະຊຸມສະເຫນີ ແລະ ປະກອບຄໍາເຫັນຕໍ່ວຽກງານຄຸ້ມຄອງທຸລະກິດການທ່ອງທ່ຽວຕາມພາລະບົດ
ບາດຂອງຂະແຫນງ;
5. ຈັດກອງປະຊຸມ, ສໍາມະນາ, ຝຶກອົບຮົມ, ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານຄຸ້ມຄອງ ທຸລະກິດການທ່ອງທ່ຽວ ກັບພາກສ່ວນທີ່ກ່ຽວຂ້ອງ, ບຸກຄົນອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ຕ່າງ ປະເທດຕາມການຕົກລົງຂອງຂັ້ນເທິງ;
6. ຄົ້ນຄວ້າສະເຫນີຂັ້ນເທິງພິຈາລະນາແຕ່ງຕັ້ງ, ໂຍກຍ້າຍ, ປົດຕໍາແຫນ່ງ ຫຼື ປະຕິບັດວິໄນຕໍ່ພະນັກງານ-ລັດຖະ ກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
7. ຂຶ້ນແຜນງົບປະມານ ເພື່ອຮັບໃຊ້ວຽກງານຄຸ້ມຄອງທຸລະກິດການທ່ອງທ່ຽວ ໃຫ້ມີປະສິດທິຜົນ;
8. ຄົ້ນຄວ້າຮ່າງນິຕິກໍາຕ່າງໆຕາມຄວາມຈໍາເປັນທີ່ພົວພັນເຖິງວຽກ ງານຄຸ້ມຄອງທຸລະກິດການທ່ອງທ່ຽວ ເພື່ອ ນໍາສະເຫນີຂັ້ນເທິງຮັບຮອງ ແລະ ປະກາດໃຊ້;
9. ເຂົ້າຮ່ວມຄົ້ນຄວ້າແກ້ໄຂ, ກວດກາ, ຄຸ້ມຄອງບັນດາຫົວຫນ່ວຍທຸລະກິດການທ່ອງທ່ຽວ ທີ່ພະແນກ
ອະນຸຍາດ;
10. ປະຕິບັດສິດອື່ນໆຕາມການມອບຫມາຍຂອງຂັ້ນເທິງ.
ໜ້າທີ່
1. ຄົ້ນຄວ້າ, ເຊື່ອມຊຶມ, ຫັນເອົາແຜນນະໂຍບາຍຂອງພັກ-ລັດຖະບານ, ຂອງກະຊວງກ່ຽວກັບການດໍາເນີນ
ທຸລະກິດການທ່ອງທ່ຽວຕາມລະບຽບ-ກົດຫມາຍການທ່ອງທ່ຽວ;
2. ປະເມີນ, ຢັ້ງຢືນມາດຕະຖານ ແລະ ຈັດລະດັບຂັ້ນປະເພດຂອງທຸລະກິດການທ່ອງທ່ຽວ ຕາມລະບຽບກົດ
ຫມາຍ;
3. ຄົ້ນຄວ້າ, ປະກອບຄໍາເຫັນທາງດ້ານວິຊາການກ່ຽວກັບໂຄງການລົງທຶນພາຍໃນ ແລະ ຕ່າງປະເທດທຸລະກິດ
ການທ່ອງທ່ຽວຕາມລະບຽບກົດຫມາຍ;
4. ຊຸກຍູ້, ຄຸ້ມຄອງ, ຕິດຕາມ, ກວດກາການປະຕິບັດກົດຫມາຍ, ລະບຽບການຕ່າງໆຂອງບັນດາຜູ້ປະກອບ ການທຸລະກິດການທ່ອງທ່ຽວ;
5. ຄົ້ນຄວ້າ, ຮ່າງແຜນຍຸດທະສາດ, ກົດລະບຽບກ່ຽວກັບການຄຸ້ມຄອງທຸລະກິດການທ່ອງທ່ຽວຕາມລະບຽບ ກົດຫມາຍ ແລະ ບັນດານິຕິກໍາຕ່າງໆ;
6. ຊຸກຍູ້ ແລະ ເຜີຍແຜ່ບັນດານິຕິກໍາຕ່າງໆກ່ຽວກັບການຄຸ້ມຄອງທຸລະກິດການທ່ອງທ່ຽວໃຫ້ພາກລັດ ແລະ ພາກທຸລະກິດ;
7. ຄົ້ນຄວ້າເອກະສານການອອກ ແລະ ຕໍ່ໃບອະນຸຍາດດໍາເນີນທຸລະກິດຂອງຜູ້ປະກອບການ ການທ່ອງທ່ຽວ ເພື່ອນໍາສະເຫນີຂັ້ນເທິງ;
8. ຄຸ້ມຄອງ, ຕິດຕາມ, ກວດກາເກັບກໍາຂໍ້ມູນຂອງບັນດາບໍລິສັດທ່ອງທ່ຽວນໍານັກທ່ອງທ່ຽວເຂົ້າ-ອອກປະ
ເທດ;
9. ເກັບກໍາສະຖິຕິການລົງທຶນ, ການອະນຸຍາດດໍາເນີນທຸລະກິດຂອງຫົວຫນ່ວຍທຸລະກິດການທ່ອງທ່ຽວພາຍໃນ
ແຂວງ;
10. ຄົ້ນຄວ້າ, ອະນຸຍາດ, ການໂຈະ, ການຖອນ, ການລົບລ້າງບັດນໍາທ່ຽວຂັ້ນແຂວງໃຫ້ຂັ້ນເທິງພິຈາລະນາ;
11. ປຸກລະດົມ, ຂົນຂວາຍ ແລະ ຊຸກຍູ້ສົ່ງເສີມຫົວຫນ່ວຍທຸລະກິດດ້ານການທ່ອງທ່ຽວ, ສະມາຄົມທຸລະກິດ ການທ່ອງທ່ຽວ, ສະມາຄົມໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ, ນວດ ແລະ ສະປາ, ກຸ່ມ ພະນັກງານນໍາທ່ຽວ ເຄົາລົບ ແລະ ນັບຖືການຈັດຕັ້ງ ໃນການຈັດຕັ້ງປະຕິບັດລະບຽບກົດຫມາຍ ຢ່າງເຂັ້ມ
ງວດ;
12. ຄົ້ນຄວ້າພິຈາລະນາ ແລະ ສະເຫນີການຍ້ອງຍໍບຸກຄົນ, ນິຕິບຸກຄົນ ແລະ ຫົວຫນ່ວຍທຸລະກິດທີ່ມີຜົນງານດີ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບການທ່ອງທ່ຽວໃຫ້ ຂັ້ນເທິງພິຈາລະນາ;
13. ພົວພັນ, ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້
ຕ່າງໆກ່ຽວກັບການທ່ອງທ່ຽວ;
14. ສະຫຼຸບ, ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານພ້ອມທັງນໍາເອົາທິດຊີ້ນໍາ ຂອງຂັ້ນເທິງລົງມາເຜີຍແຜ່ຈັດຕັ້ງປະຕິບັດ;
15. ປະຕິບັດຫນ້າທີ່ອື່ນໆຕາມການມອບຫມາຍຂອງຂັ້ນເທິງ.
ໂຄງປະກອບການຈັດຕັ້ງ
ປະກອບມີ 04 ກຸ່ມວຽກ ດັ່ງລຸ່ມນີ້:
1).
ກຸ່ມວຽກຄຸ້ມຄອງການລົງທຶນ, ທຸລະກິດບໍລິການທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວ;
2).
ກຸ່ມວຽກງານຄຸ້ມຄອງທຸລະກິດສະຖານທີ່ພັກແຮມ, ມາດຕະຖານການທ່ອງທ່ຽວ, ນວດ ແລະ ສະປາ;
3).
ກຸ່ມວຽກງານຄຸ້ມຄອງທຸລະກິດບໍລິການຮ້ານອາຫານ ແລະ ສະຖານທີ່ບັນເທີງ;
4). ກຸ່ມວຽກງານຄຸ້ມຄອງທຸລະກິດບໍລິການ ລົດ ແລະ ເຮືອ ຂົນສົ່ງນັກທ່ອງທ່ຽວ.
ສະຫງວນລິຂະສິດ © 2023 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ, ສ.ປ.ປ ລາວ