ໜ້າຫຼັກ
ສື່ມວນຊົນ ຫຼວງພະບາງ
ຂ່າວສານຫຼວງພະບາງ
ໂທລະພາບ
ວິທະຍຸ
ພະແນກ
ຄະນະນໍາພະແນກ
ໂຄງປະກອບການຈັດຕັ້ງ
ພາລະບົດບາດ
ປະຫວັດຄວາມເປັນມາ
ອົງການຈັດຕັ້ງມະຫາຊົນ
ການຮ່ວມມື
ແຜນຍຸດທະສາດ
ຂະແໜງການ-ກອງວິຊາການ
ຂະແໜງບໍລິຫານ
ຂະແໜງຖະແຫຼງຂ່າວ
ຂະແໜງວັດທະນະທໍາ
ຂະແໜງພັດທະນາການທ່ອງທ່ຽວ
ຂະແໜງຄຸ້ມຄອງທຸລະກິດການທ່ອງທ່ຽວ
ຂະແໜງໂຄສະນາການທ່ອງທ່ຽວ
ຂະແໜງຄຸ້ມຄອງມໍຣະດົກໂລກ
ກອງວິຊາການ ວິທະຍຸ-ໂທລະພາບ
ຫໍພິພິທະພັນ ແຫ່ງຊາດຫຼວງພະບາງ
ກອງສິລະປະກອນແຂວງ
ການທ່ອງທ່ຽວ
ແຫຼ່ງທ່ອງທ່ຽວ
ຂໍ້ມູນທົ່ວໄປ
ການດໍາເນີນທຸລະກິດຂະແໜງ ຖວທ
ຄວາມຮູ້ທົ່ວໄປກ່ຽວກັບວຽກງານ ຖວທ
ວິດິໂອ
ເຊື່ອມໂຍງເວັບໄຊ
ປີທ່ອງທ່ຽວລາວ 2024
ງານສັບປະດາວັດທະນະທໍາ-ທ່ອງທ່ຽວ ລາວ-ຫວຽດ 2023
ງານບຸນປະເພນີໄຫຼເຮືອໄຟ 2023
ງານຖະແຫຼງຂ່າວປີທ່ອງທ່ຽວລາວ 2024
ງານບຸນປະເພນີປີໃໝ່ລາວ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024
ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024
ຕິດຕໍ່ພວກເຮົາ
ຄົ້ນຫາ
ກອງວິຊາການ ວິທະຍຸ-ໂທລະພາບ
ໜ້າຫຼັກ
/ ກອງວິຊາການ ວິທະຍຸ-ໂທລະພາບ
ທີ່ຕັ້ງ ແລະ ພາລະບົດບາດ ຂອງ
ກອງວິຊາການ ວິທະຍຸ-ໂທລະພາບ
ສະຖານີ ວິທະຍຸ-ໂທລະພາບແຂວງຫຼວງພະບາງເປັນກອງວິຊາການທຽບເທົ່າກັບຂະແໜງການອື່ນແມ່ນໂຄງປະກອບກົງຈັກການຈັດຕັ້ງຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ. ມີຊື່ຂຽນເປັນຕົວອັກສອນວ່າ: ສະຖານີ ວິທະຍຸ-ໂທລະພາບແຂວງຫຼວງພະບາງ ຂຽນຫຍໍ້ວ່າ:
(ສວທພ)
ຂຽນເປັນພາສາອັງກິດວ່າ:
Luangprabang Radio
-
Television
station
ຂຽນເປັນຕົວອັກສອນຫຍໍ້
(
LPB
RT
V
).
ເປັນກະບອກສຽງໃຫ້ແກ່ ອົງຄະນະພັກແຂວງຫຼວງພະບາງ ໃນການໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍຂອງຂອງພັກ, ຂໍ້ກຳນົດ, ກົດໝາຍ, ແຜນການ, ມະຕິຄຳສັ່ງຕ່າງໆຂອງລັດ, ເຫດການທີ່ພົ້ນເດັ່ນທາງການເມືອງ, ເສດຖະ ກິດ-ສັງຄົມ, ວິທະຍາສາດ, ນຳເອົາສິ່ງທີ່ກ້າວໜ້າທັງພາຍໃນແລະຕ່າງປະເທດ, ຂໍ້ມູນຂ່າວສານ, ຄວາມຮູ້, ສາລະບັນເທິງລົງສູ່ປະຊາຊົນບັນດາເຜົ່າແລະນໍາເອົາຄວາມມຸ້ງມາດປາຖະໜາຂອງປະຊາຊົນບັນດາເຜົ່າຂຶ້ນຫາພັກແລະລັດ.
ຂອບເຂດສິດ
1. ຄົ້ນຄວ້າ ແລະສະເໜີ ຮ່າງຂໍ້ກຳນົດ, ລະບຽບການ, ຄໍາແນະນຳແລະແຈ້ງການຕ່າງໆກ່ຽວກັບວຽກງານວິທະຍຸ-ໂທລະພາບເພື່ອໃຫ້ຂັ້ນເທິງພິຈາລະນາ;
2. ອອກບົດແນະນຳ, ໜັງສືສະເໜີ, ຢັ້ງຢືນເອກະສານ ແລະ ແຈ້ງການຕ່າງໆ ທີ່ພົວພັນເຖິງວຽກງານຂອງຕົນໃຫ້ບັນດາວຽກງານແລະພະນັກງານ-ລັດຖະກອນພາຍໃນວິທະຍຸ-ໂທລະພາບ;
3. ມີສິດຕັດສິນທຸກໆບັນຫາກ່ຽວກັບວຽກງານວິທະຍຸ-ໂທລະພາບ;
4. ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານ ທີ່ບໍ່ຂັດຕໍ່ກົດໝາຍສື່ມວນຊົນ.
5. ຈັດຕັ້ງ, ຄຸ້ມຄອງ ແລະຊີ້ນຳ ທຸກການເຄື່ອນໄຫວວຽກງານ ທີ່ກ່ຽວພັນກັບ ວິທະຍຸ-ໂທລະພາບ.
6. ສ້າງ, ບຳລຸງ, ຍົກລະດັບໃຫ້ແກ່ພະນັກງານວິຊາການ, ທາງດ້ານການເມືອງ, ວິຊາສະເພາະ ແລະຈັນຍາບັນ.
7. ຄົ້ນຄວ້າ, ກຳນົດມາດຖານເຕັກນິກ ແລະນຳໃຊ້ວິທະຍາສາດ, ເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝ ເຂົ້າໃນວຽກງານທີ່ຮັບຜິດຊອບ.
8. ຕິດຕາມ ໃຫ້ຄຳແນະນຳທາງດ້ານເນື້ອໃນ, ຮູບແບບ ແລະ ຄຸນນະພາບລາຍການຕ່າງໆນັບທັງຂອງພາກລັດ-ເອກະຊົນ, ຊ່ອງລາຍການວິທະຍຸ-ໂທລະພາບທີ່ໄດ້ມີການຮ່ວມມື.
9. ຄຸ້ມຄອງ ແລະ ສຳເນົາຮູບ, ພາບການເຄື່ອນໄຫວ, ເຫດການສຳຄັນຂອງພັກ-ລັດ ແລະບຸນປະເພນີຕ່າງໆ ໃນແຕ່ລະໄລຍະ.
10. ຊີ້ແຈງ, ສະກັດກັ້ນ ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ, ທີ່ບິດເບືອນຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ.
11. ນຳສະເໜີໃຫ້ວິທະຍຸຊຸມຊົນ, ຊ່ອງຕ່າງໆຖ່າຍທອດສົດຂ່າວ, ລາຍການສໍາຄັນຕ່າງໆຂອງພັກ-ລັດຈາກວິທະຍຸ-ໂທລະພາບ;
12. ລົງເກັບກໍາຂໍ້ມູນຂ່າວສານເພື່ອຜະລິດເປັນລາຍການອອກອາກາດທາງວິທະຍຸ-ໂທລະພາບ ຕາມແນວທາງນະໂຍບາຍຂອງພັກ-ລັດ, ບົນພື້ນຖານລະບຽບກົດໝາຍຂອງສື່ມວນຊົນ;
13. ເຂົ້າຮ່ວມກອງປະຊຸມ, ສະເໜີຄຳຄິດຄຳເຫັນເຂົ້າໃນທຸກວຽກງານທີ່ພົວພັນເຖິງວຽກງານວິທະຍຸ-ໂທລະພາບ ຕາມການແບ່ງຂັ້ນນຄຸ້ມຄອງ;
14. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ພາຫະນະ, ວັດຖຸອຸປະກອນຮັບໃຊ້ວິຊາສະເພາະເຂົ້າໃນໜ້າທີ່ວຽກງານໃຫ້ມີປະສິດທິຜົນ;
15. ຄົ້ນຄວ້າຊອກຫາລາຍຮັບວິຊາການ ແລະ ຄຸ້ມຄອງນຳໃຊ້ໃຫ້ຖືກຕ້ອງຕາມລະບຽບຫລັກການທີ່ຂັ້ນເທິງວາງອອກ;
16. ສະເໜີປັບປຸງການຈັດຕັ້ງ, ຄຸ້ມຄອງ, ນຳໃຊ້ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານພາຍໃນວິທະຍຸ-ໂທລະພາບ.
17. ຮ່ວມກັບວິທະຍຸ-ໂທລະພາບ ແລະໜັງສືພິມ ກັບບັນດາແຂວງ, ວິທະຍຸ-ໂທລະພາບແຫ່ງຊາດແລະ ວິທະຍຸ-ໂທລະພາບເອກະຊົນ, ທີ່ມີການຮ່ວມມືກັນ ເພື່ອພັດທະນາເນື້ອໃນ ແລະເຕັກນິກວິທະຍຸ-ໂທລະພາບຕາມການຕົກລົງເຫັນດີຂອງຂັ້ນເທິງ;
18. ພົວພັນ ແລະ ຮ່ວມມືກັບສາກົນ, ເພື່ອນມິດຍຸດທະສາດທາງດ້ານການພັດທະນາວິທະຍຸ-ໂທລະພາບ.
19. ເຊັນສັນຍາ, ບົດບັນທຶກກັບພາຍໃນ ແລະ ຕ່າງປະເທດໂດຍການເຫັນດີຈາກທ່ານຫົວໜ້າພະແນກ;
20. ປະຕິບັດສິດອື່ນໆຕາມການມອບໝາຍຂອງຂັ້ນເທິງ.
ໜ້າທີ່
1. ຄົ້ນຄວ້າ
, ສ້າງແຜນຍຸດທະສາດ, ແຜນການ, ແຜນງານ, ໂຄງການພັດທະນາວິທະຍຸກະຈາຍສຽງ ແລະໂທລະພາບ ໃນແຕ່ລະໄລຍະ
2. ຄົ້ນຄວ້າ
, ຮ່າງຂໍ້ຕົກລົງ, ບົດແນະນໍາ, ແຈ້ງການ ແລະ ໜັງສືສະເໜີຕ່າງໆ ທີ່ພົວພັນເຖິງວຽກງານ ວິທະຍຸກະຈາຍສຽງ ແລະ ໂທລະພາບ ໃຫ້ຂັ້ນເທິງພິຈາລະນາ
3. ປັບປຸງເນື້ອໃນ
, ຮູບແບບລາຍການ, ຂ່າວ,ບົດ, ວຽກດີຄົນເດັ່ນ, ຮູບພາບ, ເວັບໄຊຂອງວທະຍກະ
ຈາຍສຽງ ແລະ ໂທລະພາບ ໃຫ້ວ່ອງໄວ, ແຫຼມຄົມ, ຫຼາຍຮູບ, ຫຼາຍສີ ເພື່ອເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະເຂົ້າໃຈຢ່າງກວ້າງຂວາງ
4. ໂຄສະນາ
, ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ມະຕິ,ຄໍາສັ່ງ, ກົດໝາຍຂອງລັດ, ແຜນພັດທະນາເສດຖະ ກິດ-ສັງຄົມ, ສະໜອງຂໍ້ມູນຂ່າວສານ ແລະ ຄວາມຮູ້ເຕັກນິກວິທະຍາສາດອັນໃໝ່ໃຫ້ແກ່ສັງຄົມ
5. ອະທິບາຍຊີ້ແຈງບັນຫາ ແລະ ຖ້ອຍທໍານອງບິດເບືອນຄວາມຈິງຂອງກຸ່ມຄົນບໍ່ດີ
, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ໃຫ້ສັງຄົມຮັບຮູ້ເຂົ້າໃຈ
6. ຍົກລະດັບມາດຖານອຸປະກອນເຕັກນິກຈາກລະບົບອະນາລ໋ອກ ໄປສູ່ລະບົບດີຈີຕອນ ຂອງສະຖານີວິທະຍຸ
-ໂທລະພາບ
7. ຕິດຕາມ
, ກວດກາ, ເກັບກໍາ, ຄຸ້ມຄອງ, ຂຶ້ນບັນຊີຊັບສົມບັດຄົງທີ່, ພາຫະນະ ແລະ ອຸປະກອນຮັບໃຊ້ວຽກງານຕ່າງໆທາງດ້ານວິຊາການ
8. ຄຸ້ມຄອງ, ຕິດຕາມ, ກວດແກ້ເນື້ອໃນລາຍການຕ່າງໆ ທີ່ຈະກະຈາຍອອກອາກາດ ທາງວິທະຍຸກະຈາຍສຽງ ແລະ ໂທລະພາບ
9. ຂຸດຄົ້ນ ແລະ ຄຸ້ມຄອງ ລາຍຮັບ
-ລາຍຈ່າຍ ດ້ານວິຊາການ ມອບພັນທະເຂົ້າງົບປະມານ ຕາມລະບຽບການ
10. ຄົ້ນຄວ້າ
, ປະກອບຄໍາຄິດຄໍາເຫັນດ້ານວິຊາການກ່ຽວກັບວຽກງານ ຂອງສະຖານີວິທະຍຸ-ໂທລະພາບ
11. ຄຸ້ມຄອງ ແລະ ນໍາສະເໜີປະຕິບັດນະໂຍບາຍຍ້ອງຍໍ ຕໍ່ພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານ ແລະ ປະຕິບັດວິໄນ ຕໍ່ຜູ້ລະເມີດລະບຽບກົດໝາຍ
12. ສະຫຼຸບ
, ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານ ພ້ອມທັງນໍາເອົາທິດຊີ້ນໍາຂອງຂັ້ນເທິງລົງມາເຜີຍແຜ່ຈັດຕັ້ງປະຕິບັດ
13. ສະໜອງຂໍ້ມູນ
-ຂ່າວສານ, ສາລະໜ້າຮູ້ ແລະ ຄວາມບັນເທີງໃຫ້ທົ່ວສັງຄົມ
,
ຢູ່ພາຍໃນແຂວງສົ່ງໃຫ້ວິທະຍຸແລະ ໂທລະພາບແຫ່ງຊາດລາວ ເປັນປົກກະຕິ, ຄຸ້ມຄອງເກັບກຳສະຖິຕິວຽກງານຮອບດ້ານ ຂອງສະຖານີວິທະຍຸ-ໂທລະພາບ
14. ສ້າງແຜນເຄື່ອນໄຫວລົງເກັບກຳຂ່າວປະຈຳວັນ, ອາທິດ ແລະ ປະຈຳເດືອນ, ວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ງານບຸນປະເພນີ, ຜົນງານຂອງບັນດາພະແນກການ, ກົມກອງ, ການຜະລິດຕາມລະດູການ ຂອງປະຊາຊົນບັນດາເຜົ່າ ແລະ ສ້າງແຜນຜະລິດລາຍການ, ສາລະຄະດີ, ຮູບເງົາສັ້ນ, ສະປອດໂຄສະນາ ເພື່ອໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ
15. ຮ່ວມ
ມື, ແລກປ່ຽນບົດຮຽນ ແລະ ຍາດແຍ່ງເອົາການຊ່ວຍເຫຼືອ ຈາກພາຍໃນ-ຕ່າງປະເທດ ແລະ ອົງການ ຈັດຕັ້ງສາກົນ, ບົນພື້ນຖານການຊີ້ນໍາ ຂອງຄະນະພະແນກ
16. ປະສານ
ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ນັບແຕ່ຂັ້ນສູນກາງຫາທ້ອງຖິ່ນ ເພື່ອປັບປຸງວຽກງານວິຊາສະເພາະວິທະຍຸ-ໂທລະພາບ ໃຫ້ມີປະສິດທິພາບ ບົນພື້ນຖານການຊີ້ນໍາ ຂອງຄະນະະແນກ
17. ຖ່າຍ
ທອດລາຍການພາກຂ່າວປະຈໍາວັນ ແລະ ງານວັນສໍາຄັນຕ່າງໆ ຂອງທ້ອງຖິ່ນ ແລະ ສູນກາງ, ຄົ້ນຄວ້າເນື້ອໃນລາຍການວິທະຍຸ-ໂທລະພາບ ເພື່ອສະເໜີຄະນະພະແນກພິຈາລະນາ;
18. ເປັນວິທະຍາກອນຝຶກອົບຮົມວຽກງານຂ່າວ, ລາຍການ, ໂຄສົກ ແລະ ເຕັກນິກ ດ້ານວິທະຍຸ-ໂທລະພາບ ໃຫ້ເມືອງ, ພະແນກການ, ກົມກອງ ແລະ ບາງສະຖາບັນການສຶກສາອ້ອມຂ້າງແຂວງ
19. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ
ໂຄງປະກອບການຈັດຕັ້ງ
ປະກອບມີ 05 ກຸ່ມວຽກ ດັ່ງລຸ່ມນີ້:
1).
ກຸ່ມວຽກງານການບໍລິການ ແລະ ການຕະຫລາດ.
2).
ກຸ່ມວຽກງານບັນນາທິການຂ່າວ ແລະ ບົດ
3).
ກຸ່ມວຽກງານຜະລິດລາຍການວິທະຍຸ-ໂທລະພາບ.
4). ກຸ່ມວຽກງານ ເຕັກນິກ, ສ້ອມແປງ ແລະ ໄອທີ
5.) ກຸ່ມວຽກ ຜະລິດສື່ອອນລາຍ ແລະ ສື່ສິ່ງພິມ
''
ຂໍ້ມູນເພີ້ມເຕີມ >>>
>>> ສະຖານີວິທະຍຸກະຈາຍສຽງ ແຂວງຫຼວງພະບາງ AM: 705 Khz
>>> ໂທລະພາບ ແຂວງຫຼວງພະບາງ
ສະຫງວນລິຂະສິດ © 2023 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ, ສ.ປ.ປ ລາວ